ທ່ານ Nguyen Thien Nhan ​ຕ້ອນຮັບ​ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ UNESCO

ທ່ານ Nguyen Thien Nhan ​ຕ້ອນຮັບ​ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ UNESCO  - ảnh 1

(ພາບ:hahungcuong.net)

(vovworld)- ​ວັນ​ທີ 10/9, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​​ໄດ້ໃຫ້ການ​ຕ້ອນຮັບ​ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ UNESCO Kishore Rao ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ສະ​ເໜີ​ໃຫ້​ສູນ​ມໍລະດົກ​ໂລກ UNESCO ຈົ່ງ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ດ້ານ​ວິຊາ​ສະ​ເພາະ, ຜູ້​ຊ່ຽວຊານ ​ແລະ ດ້ານ​ການ​ເງິນ…​ໃນ​ການ​ສ້າງ​ບັນດາ​ພື້ນຖານ​ດ້ານ​ກົດໝາຍ, ນະ​ໂຍບາຍ​ໃຫ້​ສົມບູນ​ແບບ ​ແລະ ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ມໍລະດົກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ມໍລະດົກ​ຊື່​ງ​ໄດ້​ຮັບ​ການ​ຮັບຮອງ. ສ່ວນ​ທ່ານ Kishore Rao ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ UNESCO ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຊື່​ງຄະນະ​ກຳມະການ UNESCO ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ປະກອບສ່ວນ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ​ຫວຽ​ດນາມ ຈະ​ປະຕິບັດ​ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ມໍລະດົກ​ວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ຊື່​ງ​ໄດ້​ຮັບ​ການ​ຮັບຮອງ​ຈາກອົງການ UNESCO ​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ