ທ່ານ Nguyen Xuan Phuc ​​ຕ້ອນຮັບຮອງ​ຜູ້ອຳນວຍການ​ ອົງການ​ພັດທະນາສາກົນ​ອາ​ເມ​ລິກາ

ທ່ານ Nguyen Xuan Phuc ​​ຕ້ອນຮັບຮອງ​ຜູ້ອຳນວຍການ​ ອົງການ​ພັດທະນາສາກົນ​ອາ​ເມ​ລິກາ - ảnh 1
(ພາບ:nguyenxuanphuc.net)

( vovworld ) – ຕອນ​ບ່າຍ​ວັນ​ທີ 7/5, ຢູ່​ສຳນັກງານ​ລັດຖະບານ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​​ໄດ້ໃຫ້ການ​ຕ້ອນຮັບທ່ານ Donald Steinberg ຮອງ​ຜູ້ອຳນວຍການ​ອົງການ​ພັດທະນາ​ສາກົນອາ​ເມ​ລິ​ກາ (USAID) ຊື່ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​​ໄດ້ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ​ລະຫວ່າງ USAID ​ແລະ ລັດຖະບານ​ຫວຽດນາມ ​ແລະ ຢືນຢັນ​ວ່າ, ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດັ່ງກ່າວ ​ໄດ້​ປະກອບສ່ວນ​ຢ່າງຕັ້ງໜ້າ​ ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ​ທີ່​ຈົບງາມ​ລະຫວ່າງ​ ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​​ໄດ້ຂອບ​ອົກ​ຂອບ​ໃຈ USAID ທີ່​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ວຽກ​ງານ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS, ສ້າງການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ບັນດາ​ຂົງ​ເຂດ​ຄຸ້ມ​ຄອງ​ຂອງ​ລັດ… ທ່ານ​ຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, USAID ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ລົບ​ລ້າງຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ….

 

 

 

ຂ່າວ/ບົດ​ອື່ນ