ທາບທາມຄຳເຫັນດ້ານການເມືອງ ຫວຽດນາມ-ສີລັງກາ

ທາບທາມຄຳເຫັນດ້ານການເມືອງ ຫວຽດນາມ-ສີລັງກາ - ảnh 1
(ພາບ:tuyengiao.vn)

(vovworld) -  ວັນ​ທີ 4/5, ຢູ້ຮ່າ​ໂນ້ຍ, ທ່ານ​ນາງ​ຫວຽນ​ທິ​ເຟືອງ​ງາ, ຮອງ​ລັດຖະມົນ ຕີ​ການ​ຕ່າງປະ​ເທ​ດຫວຽດນາມ ​ໄດ້​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງທີ​ສອງ​ກັບ​ທ່ານ Kurunatilaka Amunugama ​ເລຂາ​ພົວພັນ​ກັບ​ຕ່າງປະ​ເທດ ກະຊວງ​ການ​ຕ່າງປະ​ເທດ​ສີ​ລັງກາ​ນ. ທີ່ການ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງນີ້, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຕີ​ລາຄາ ​ແລະ ປຶກສາ​ຫາລື​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ, ວັດທະນະທຳ…​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ໄດ້​​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ; ສືບ​ຕໍ່​ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ຕ່າງໆ, ຈັດ​ບັນດາ​ງານ​ຕະຫຼາດນັດ​ການ​ຄ້າ​ຢູ່​ແຕ່ລະ​ປະ​ເທດ; ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ