ນະຄອນຮ່າໂນ້ຍ ແລະ ຫຼວງພະບາງ ເພີ່ມທະວີການຮ່ວມມື

ນະຄອນຮ່າໂນ້ຍ ແລະ ຫຼວງພະບາງ ເພີ່ມທະວີການຮ່ວມມື - ảnh 1
​ການ​ເຈລະຈາລະຫວ່າງຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນ​ຮ່າ​ໂນ້ຍ
ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຫຼວງ​ພະ​ບາງ
(ພາບ: vietnamplus.vn)

(vovworld) -     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ລາວ, ຕອນ​ເຊົ້າ​ວັນ​ທີ 11/12, ຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນ​ຮ່າ​ໂນ້ຍ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຫຼວງ​ພະ​ບາງ. ການ​ຢ້ຽມຢາມ​ຄັ້ງ​ນີ້ຂອງ​ຄະນະ​ຜູ້​ແທນ​ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວ​ມ, ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ​ຫຼວງ​ພະ​ບາງ​ເວົ້າ​ສະ​ເພາະ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາ​ມ ​ແລະ ໝັ້ນຄົງກວ່າ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້ກັນຊາບກ່ຽວ​ກັບການ​ພັດທະນາ​ເສດຖະກິດ​ສົງ​ຄົມ, ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ໄລຍະ​ຜ່ານ​ມາ, ດ້ວຍ​ບັນດາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ເຊິ່ງກັນ ​ແລະ ກັນ, ຮ່ວມ​ມື​​ສຶກສາ​ບຳລຸງ​ສ້າງ ກໍ​ຄື​ການ​ພັດທະນາ​ກະສິກຳ​ບັນລຸ​ໄດ້ຜົນ​ງານ​ດີ… ນະຄອນຮ່າ​​ໂນ້ຍ ​ໄດ້​ສົ່ງ​ບາງ​ຄະນະ​ພະນັກງານ​ຂະ​ແໜງ​ການຕ່າງໆໄປ​ຍັງ​​ແຂວງຫຼວງ​ພະ​ບາງ ​ເພື່ອ​ສຳຫຼວດ, ຄົ້ນຄວ້າ, ​ແລກປ່ຽນ​ບົດຮຽນ ​​ແນ​ໃສ່​ຮ່ວມ​ມື​​ໃນ​ໄລຍະຍາວ​.

ຂ່າວ/ບົດ​ອື່ນ