ນະຄອນໂຮ່ຈີມິນແລະນິວຊີແລນເພີ່ມທະວີການຮ່ວມມືດ້ານການຄ້າແລະການລົງທຶນ

(VOVWORLD) -ທ່ານເລແທັງລຽມ ປາດຖະໜາວ່າ, ໃນຖານະຕຳແໜ່ງຂອງຕົນທ່ານ Peter Chrisp, ຈະມີການປະກອບສ່ວນຢ່າງມີປະສິດທິຜົນຫຼາຍກວ່າອີກເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງນິວຊີແລນ ກັບຫວຽດນາມ ເວົ້າລວມ, ລະຫວ່າງນິວຊີແລນ ກັບນະຄອນໂຮ່ຈີມິນ ເວົ້າສະເພາະ.

ນະຄອນໂຮ່ຈີມິນແລະນິວຊີແລນເພີ່ມທະວີການຮ່ວມມືດ້ານການຄ້າແລະການລົງທຶນ - ảnh 1ທ່ານເລແທັງລຽມ ປາດຖະໜາວ່າ, ໃນຖານະຕຳແໜ່ງຂອງຕົນທ່ານ Peter Chrisp, ຈະມີການປະກອບສ່ວນຢ່າງມີປະສິດທິຜົນຫຼາຍກວ່າອີກ

(ພາບ: TTXVN)

ຕອນຄ່ຳວັນທີ 27 ມີນາ, ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Peter Chrisp, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການພັດທະນາການຄ້າ ແລະ ວິສາຫະກິດນິວຊີແລນ (NZTE), ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານເລແທັງລຽມ ປາດຖະໜາວ່າ, ໃນຖານະຕຳແໜ່ງຂອງຕົນທ່ານ Peter Chrisp, ຈະມີການປະກອບສ່ວນຢ່າງມີປະສິດທິຜົນຫຼາຍກວ່າອີກເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງນິວຊີແລນ ກັບຫວຽດນາມ ເວົ້າລວມ, ລະຫວ່າງນິວຊີແລນ ກັບນະຄອນໂຮ່ຈີມິນ ເວົ້າສະເພາະ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດນິວຊີແລນ ຊອກຮູ້, ສົ່ງເສີມການລົງທຶນ, ຮ່ວມມືດ້ານການຄ້າຢູ່ນະຄອນໂຮ່ຈີມິນ ໃນຂົງເຂດຕ່າງໆ.

        ສ່ວນທ່ານ Peter Chrisp ເນັ້ນໜັກວ່າ, ຍາມໃດລັດຖະບານນິວຊີແລນ ກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າທີ່ສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ ໃນບັນດາຂົງເຂດທີ່ມີທ່າແຮງຄື: ຜະລິດຕະພັນຈາກນົມ, ຜະລິດຕະພັນ ແລະ ການບໍລິການຮັບໃຊ້ການຜະລິດກະສິກຳທີ່ເປັນມິດກັບສິ່ງແວດລ້ອມ ຫຼື ຮ່ວມມືກັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ…

ຕອບກັບ

ຂ່າວ/ບົດ​ອື່ນ