ນະຄອນໂຮ່ຈິມິນແລະສະຫະພັນເຢຍລະມັນແບ່ງປັນບົດຮຽນການຮ່ວມມືກ່ຽວກັບບັນດາຂົງເຂດສັງຄົມ

ນະຄອນໂຮ່ຈິມິນແລະສະຫະພັນເຢຍລະມັນແບ່ງປັນບົດຮຽນການຮ່ວມມືກ່ຽວກັບບັນດາຂົງເຂດສັງຄົມ - ảnh 1
ນະຄອນໂຮ່ຈິມິນແລະສະຫະພັນເຢຍລະມັນແບ່ງປັນບົດຮຽນການຮ່ວມມື
ກ່ຽວກັບບັນດາຂົງເຂດສັງຄົມ
(ພາບ: Nguyễn Dân/TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 26/1, ທ່ານ​ປະທານ​ຄະນະກຳມະການ​ປະຊາຊົນນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Rolf Rosenbrock, ປະທານ​ສະຫະພັນ​ໃຫຍ່ສະ​ເໝີ​ພາບ​ສັງຄົມ​​ແຫ່ງສະຫະ ພັນ​ເຢຍລະ​ມັນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ. ນະ​ທີ່​ນີ້, ທ່ານ​ປະທານ​ຄະນະກຳມະການ​ປະຊາຊົນນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ: ຜ່ານ 40 ປີ​ແຫ່ງ​ການສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ມາ​ຮອດ​ປະຈຸ​ບັນ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ ຫວຽດນາມ-​ສະຫະພັນ​ເຢຍລະ​ມັນ ນັບ​ມື້​ນັບ​ພັດ​ທະນາດ້ວຍບັນດາ​ຂີດ​ໝາຍອັນ​ດີງາມ. ​ໃນ​ການ​ພົວພັນ​ຮ່ວມ​ມື​ນັ້ນ, ນະຄອນ​ໂຮ່ຈິ​ມິນ​ ກໍ່​ປະກອບສ່ວນຫຼາຍ​ຢ່າງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ສຶກສາ… ທ່ານ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ: ນະຄອນ​ໂຮ່ຈິ​ມິນ ຈະ​ສ້າງ​ເງື່ອນ​ໄຂ ​ແລະ ສະໜັບ ສະ​ໜູນ​ການ​ຮ່ວມ​ມື​ຂອງ​ສະຫະພັນ​ໃຫຍ່​ສະ​ເໝີ​ພາບ​ສັງຄົມ​ແຫ່ງ​ສະຫະພັນ​ເຢຍລະ​ມັນ ກັບ​ອົງການ​ແນວ​ໂຮມ, ອົງການ​ຈັດ​ຕັ້ງມະຫາຊົນ, ອົງການ​ສຳນັກງານ​ຕ່າງໆຢູ່​ນະຄອນ​ໂຮ່ຈິ​ມິນ ສຳລັບ​ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ໃນ​ການ​ປະຕິບັດ​ຄວາມຍຸຕິ​ທຳ​ດ້ານ​ສັງຄົມ ​ແລະ ​ເບິ່ງ​ແຍງປິ່ນ​ປົວຄົນ​ເຈັບ.

        ທ່ານ Rolf Rosenbrock ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ ​ເຢຍລະ​ມັນ ຈະ​ສືບ​ຕໍ່​ການ​ຮ່ວມ​ມື, ການ​ແລກປ່ຽນ ​ແລະ ຮຳ່ຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ຂົງ​ເຂດ​ສັງຄົມ, ພິ​ເສດ​ໃນ​ ເບິ່ງ​ແຍງປິ່ນ​ປົວຄົນ​ເຈັບ.

 


ຂ່າວ/ບົດ​ອື່ນ