ນາຍົກລັດຖະມົນຕີຈະພົບປະສົນທະນາກັບກຳມະກອນເຕັກນິກສູງໃນເດືອນກຳມະກອນ

(VOVWORLD) -ໃນເດືອນກຳມະກອນປີ 2019, ກຳມະບານທຸກຂັ້ນ ແລະ ຜູ້ນຳໃຊ້ຜູ້ອອກແຮງງານຈະຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈຫຼາຍຢ່າງໃຫ້ແກ່ຜູ້ອອກແຮງງານ.
ນາຍົກລັດຖະມົນຕີຈະພົບປະສົນທະນາກັບກຳມະກອນເຕັກນິກສູງໃນເດືອນກຳມະກອນ - ảnh 1 (ພາບປະກອບ)

 ປີນີ້, ການເຄື່ອນໄຫວໃນເດືອນກຳມະກອນ ກໍ່ຈະມີບັນດາຈຸດປ່ຽນແປງໃໝ່ ນັ້ນແມ່ນ ຈະມີວັນເຄື່ອນໄຫວຈຸດສຸມທີ່ສຸມໃສ່ຮາກຖານກຳມະບານທຸກຂັ້ນ, ນອກນັ້ນຈະມີບັນດາການເຄື່ອນໄຫວເຊີດຊູກຳມະກອນອອກແຮງງານເກັ່ງ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ເບິ່ງແຍງດູແລ, ເຈລະຈາ, ລົງນາມໃນສັນຍາແຮງງານລວມໝູ່…

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຄາດວ່າໃນວັນທີ 05 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະມີການພົບປະກັບກຳມະກອນເຕັກນິກຂັ້ນສູງຂອງ 16 ຂະແໜງຢູ່ນະຄອນໂຮ່ຈິມິນ. ແບ່ງປັນກ່ຽວກັບຂໍ້ມູນຂ່າວດັ່ງກ່າວ, ທ່ານ ບຸຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ.

“ພວກຂ້າພະເຈົ້າກຳນົດກຳມະກອນເຕັກນິກສູງໃນສັງກາດ 4.0 ແມ່ນກຳລັງໜູນໃນການພັດທະນາປະເທດຊາດ, ແມ່ນຈຸດມຸ່ງໝາຍຂອງຜູ້ອອກແຮງງານ. ການພົບປະນີ້ຈະສ້າງການແຜ່ຂະຫຍາຍ ແລະ ສ້າງກຳລັງໜູນໃໝ່ບືນຕົວຂຶ້ນ ເພື່ອນຳຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ ຫາກບໍ່ແມ່ນພຽງແຕ່ແຫຼ່ງຊັບພະຍາກອນ, ຄ່າແຮງງານຕ່ຳ, ແຕ່ຕ້ອງກາຍເປັນປະເທດມີແຫຼ່ງຊັບພະຍາກອນມະນຸດສູງ, ມີວິທະຍາສາດເຕັກໂນໂລຊີສູງ”.

ຕອບກັບ

ຂ່າວ/ບົດ​ອື່ນ