ນາຍົກລັດຖະມົນຕີນອກແວສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີນອກແວສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ແລະ
ທ່ານນາງ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ນອກ​ແວ Erna Solbeng
(ພາບ: TTXVN)


​(vovworld) –  ຕອນ​ຄໍ່າ​ວັນ​ທີ 18/04, ທ່ານນາງ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ນອກ​ແວ Erna Solbeng ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງລາຊະ​ອານາຈັກ​ນອກ​ແວ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 16 – 18/04, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານນາງນາຍົກລັດຖະມົນຕີ Erna Solbeng ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ​ຂັ້ນ​ສູງ, 2 ຝ່າຍ​ໄດ້​ເຫັນ​ດີ​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ປະຕິບັດ​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຢ່າງ​ຄົບ​ຖ້ວນ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ຂອບ​ເຂດ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ທົ່ວ​ໂລກ​ພາຍ​ຫຼັງປີ 2015; ສືບ​ຕໍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຂອງ 2 ປະ​ເທດ​ມີ​ຄວາມ​ສະ​ເໝີ​ພາບ​ສູງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ… 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ເຄົາລົບ ​ແລະ ​ເພີ່ມ​ທະວີ​ບົດບາດ​ຂອງ​ກົດໝາຍ​ສາກົນ ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ ​ແລະ ຊຸກ​ຍູ້​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​​ແລະ ການ​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລຢ່າງ​ເສລີ, ການບິນ, ການ​ຄ້າ ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.

        ​ໃນ​ການ​ຢ້ຽມຢາມ, ທ່າ​ນນາງນາຍົກລັດຖະມົນຕີ Erna Solbeng ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ​ເຂົ້າ​ຢ້ຽມຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ; ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​…

ຂ່າວ/ບົດ​ອື່ນ