ນາຍົກລັດຖະມົນຕີລາວຕ້ອນຮັບຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ

ນາຍົກລັດຖະມົນຕີລາວຕ້ອນຮັບຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ - ảnh 1
( ພາບ: kplnet.net )

( vovworld ) -   ຕອນ​ເຊົ້າວັນ​ທີ 2/3, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ​່ຕູ້ ​ໄດ້​ໃຫ້​ການ​ຕ້ອນຮັບຄະນະ​ຜູ້​ແທນ​​ກຳມາ​ທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ​ເຈີ່ນ​ວັນ​ຮັ່ງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳ​ມາ​ທິການ​ການຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 29/2 ຫາ​ວັນ​ທີ 3/3/2012. ​ບັນດາການ​ນຳ​ຂອງ​ລາວ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ກຳ​ມາທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດສອງ​ປະ​ເທດ ​ແລະ ຖື​ວ່າ ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​​ລະຫວ່າງ​ກຳ​ມະ​ທິການທັງ​ສອງໄດ້​ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ​​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ - ຫວຽດນາມ. ບັນດາ​ຂະ​ແໜງການ, ຂັ້ນ​ຕ່າງໆ, ໝູ່​ຄະນະ ​ແລະ ປະຊາຊົນ​ລາວ ລ້ວນ​ແຕ່​ຈັດ​ຕັ້ງ​​ ແລະ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ລະອຽດ​ເພື່ອ​ຕອບ​ສະໜອງ “ ປີ​​ແຫ່ງ​ຄວາມສາມັກຄີ​ມິດຕະພາບລາວ - ຫວຽດນາມ 2012 ”, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນສ້າງຕັ້ງສາຍ​ພົວພັນ​ທາງການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ກາ​ນຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ/ບົດ​ອື່ນ