ນາຍົກລັດຖະມົນຕີຫງວຽນຊວນຟຸກ:ຖືຄວາມຜາສຸກແລະຄວາມປອດໄພອງແມ່ຍິງແລະເດັກນ້ອຍແມ່ນເປົ້າໝາຍເພື່ອກະທຳ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 1979 ປີແຫ່ງວັນ 2 ພະນາງຈຶງ ລູກຮື້ຂຶ້ນ ແລະ 109 ປີແຫ່ງວັນແມ່ຍິງສາກົນ 08 ມີນາ, ຕອນເຊົ້າວັນທີ 06 ມີນາ, ຢູ່ອະນຸສາວະລີ ລິ໊ທ໊າຍໂຕ, ເມືອງ ຮ່ວານກຽມ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ”.

ນາຍົກລັດຖະມົນຕີຫງວຽນຊວນຟຸກ:ຖືຄວາມຜາສຸກແລະຄວາມປອດໄພອງແມ່ຍິງແລະເດັກນ້ອຍແມ່ນເປົ້າໝາຍເພື່ອກະທຳ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປຸກລະດົມ

“ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ”

(ພາບ: VGP)

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ສະໜັບສະໜູນຂໍ້ລິເລີມຂອງສະຫະພັນແມ່ຍິງຫວຽດນາມ ໃນການເລືອກເຟັ້ນຫົວຂໍ້ການເຄື່ອນໄຫວປີ 2019 ແມ່ນ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ”. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການປະດິດຄິດສ້າງ, ປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະຫະພັນ, ສະແດງໃຫ້ເຫັນໜ້າທີ່ຮັບຜິດຊອບ ແລະ ຄວາມຕັດສິນໃຈຂອງສະຫະພັນໃນການຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແກ້ໄຂບັນດາບັນຫາສັງຄົມ, ມຸ່ງໄປເຖິງຄວາມປອດໄພຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ໃນວິວັດທະນາການພັດທະນາປະເທດຊາດ, ພວກເຮົາບໍ່ພຽງແຕ່ເອົາໃຈໃສ່ເຖິງລະດັບການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງມີສະຕິຢ່າງຈະແຈ້ງກ່ຽວກັບຄວາມຮຽກຮ້ອງຍົກສູງຄຸນນະພາບການເຕີບໂຕ, ຊຸກຍູ້ຄວາມກ້າວໜ້າ, ຍຸຕິທຳໃນສັງຄົມ, ຮັບປະກັນບັນດາສິດທິມະນຸດ… ອີກດ້ວຍ. ໃນນັ້ນເອົາໃຈໃສ່ເຖິງແມ່ຍິງ ແລະ ເດັກນ້ອຍ, ໂດຍສະເພາະຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊາຍແດນ, ທະເລໝູ່ເກາະ ຮ່ວມເດີນທາງພ້ອມກັບປະຊາຊົນບັນດາເຜົ່າສ່ວນໜ້ອຍ. ຂ້າພະເຈົ້າສະເໜີໃຫ້ສະຫະພັນແມ່ຍິງທຸກຂັ້ນຄວນສ້າງແຜນການລະອຽດ, ເລືອກເຟັ້ນບັນດາວຽກງານແທດຈິງ, ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ, ລະດົມການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມໃນການຮັບປະກັນຄວາມປອດໄພໃຫ້ແນ່ຍິງ ແລະ ເດັກນ້ອຍ”.

        ກໍ່ທີ່ພິທີປຸກລະດົມດັ່ງກ່າວໄດ້ມີການເຄື່ອນໄຫວຫຼາຍຢ່າງຄື: ຍ່າງສະໜັບສະໜູນປີປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ;  ງານວາງສະແດງເສັ້ນທາງປອດໄພຢູ່ຮ່າໂນ້ຍ; ງານວາງສະແດງເພື່ອຊີວິດປອດໄພຢູ່ນະຄອນໂຮ່ຈິມິນ…

ຕອບກັບ

ຂ່າວ/ບົດ​ອື່ນ