ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບນາຍົກລັດຖະມົນຕີລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບນາຍົກລັດຖະມົນຕີລາວ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ຕ້ອນຮັບ​
​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 15/05 ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ ​ແລະ ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 15 – 17/05. 2 ຝ່າຍລ້ວນ​ແຕ່​ມີ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ສາຍ​ພົວພັນ​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາຢ່າງ​ບໍ່​ຢຸດຢັ້ງ, ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​; ບັນລຸ​ໄດ້​ເປົ້າ​ໝາຍ​ສຳຄັນ​ຫລາຍ​ຢ່າງ ​ໃນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະຍາສາດ - ​ເຕັກນິກ ຫວຽດນາມ - ລາວ ​ໄລຍະ​ປີ 2011 – 2020. ພິ​ເສດ​ ​ແມ່ນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລາວ ​ໄລຍະ​ປີ 2011 – 2015 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ. 2 ຝ່າຍ​ຢືນຢັນ​ວ່າ ຈະສືບ​ຕໍ່ບູລະນະ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ​ເພື່ອ​ໃຫ້ກົນ​ໄກ​ນີ້ ບັນ​ລຸ​ປະສິດທິ​ຜົນ​ສູງ​ສຸດ.

        ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, 2 ຝ່າຍ​ເຫ​ັນດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກ​ລົງຮ່ວມ​ມື​ສຳຄັນ ​ເຊິ່ງ 2 ປະ​ເທດ​ຫາກໍ່ລົງ​ນາມ​ໃນ​ປີ 2016 ນີ້ ຢ່າງ​ມີ​ປະສິດທິ​ຜົ​ນ. 2 ຝ່າຍເຫັນ​ດີ​ເປັນ​ເອກ​ະສັນ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມືກໍ່ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ລາວ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອຮັບປະກັນ​ຄວາມ​ສາມັກຄີ ​ແລະ ຮັກສາ​ຫຼັກ​ໝັ້ນ​ລວມຂອງ ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ປະຕິບັດ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດ​ທິຜົນ, ບັນລຸ​ໄດ້ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ຕີ​ລາຄາ​ສູງ​ຝ່າຍ ລາວ ​ໄດ້​ເພີ່ມ​ລະດັບ​ການ​ປ່ອຍ​ນ້ຳ​ຢູ່​ບັນດາ​ເຂື່ອນ​ໄຟຟ້າ​ຢູ່​ສາຂາ​ແມ່​ນ້ຳຂອງ, ໜູນ​ຊ່ວຍ ຫວຽດນາມ ​ແກ້​ໄຂ​ຜົນຮ້າຍ​ຈາກ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ທະ​ເລ​ຊຶມ​ເຂົ້າ​ທີ່​ແກ່ຍາວຢູ່​ບັນດາ​ແຂວງ​ທາງ​ພາກ​ໃຕ້ ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສົມທົບກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງສາກົນ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳ​​ໃນແມ່​ນ້ຳຂອງ​​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ.


ຂ່າວ/ບົດ​ອື່ນ