ນາຍົກລັດຖະມົນຕີຫງວຽນຊວນຟູ໋ກຢ້ຽມຢາມລາຊະອານາຈັກກຳປູເຈຍແລະສປປລາວຢ່າງເປັນທາງການ
![ນາຍົກລັດຖະມົນຕີຫງວຽນຊວນຟູ໋ກຢ້ຽມຢາມລາຊະອານາຈັກກຳປູເຈຍແລະສປປລາວຢ່າງເປັນທາງການ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_24/tt%20nguyen%20xuan%20phuc%20tham%20campuchia.jpg)
ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ
(ພາບປະກອບ)
(vovworld) - ໂດຍຮັບຄຳເຊີນ ຂອງ ທ່ານ Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ ທອງລູນ ສີສຸລິດ ນາຍົກລັດຖະມົນຕີ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ພັນລະຍາ ຢ້ຽມຢາມລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 24 – 25/4 ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ແຕ່ວັນທີ 26 – 27/4. ນີ້ແມ່ນການຢ້ຽມຢາມກຳປູເຈຍ ແລະ ລາວ ເປັນທາງການຄັ້ງທຳອິດຂອງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູ໋ກ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ, ທັງແມ່ນ ການເຄື່ອນໄຫວທາງການທູດສຳຄັນ ເພື່ອ ຂ່ຳນັບຮັບຕ້ອນ ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2017 ແລະ ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.
ຄາດຄະເນວ່າ, ໃນສອງວັນຢ້ຽມຢາມກຳປູເຈຍ ຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຈະພົບປະເຈລະຈາກັບ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ; ພົບປະກັບ ພະບາດສົມເສດພະເຈົ້າມະຫາຊີວິດ Noradom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ; ພົບປະເຈລະຈາກັບ ທ່ານ SamdechSay Chhum ປະ ທານ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ແລະ ມີການເຄື່ອນໄຫວອື່ນອິກຈຳນວນໜື່ງ.
ຫຼັງພາກຂ່າວ, ເຊີນທ່ານຮັບຟັງບົດ “ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ”