ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ: chinhphu.vn)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 16/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້ອອກ​ຈາກ ຮ່າ​ໂນ້ຍ, ​ເດີນທາງ​​ໄປຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ. ການ​ຢ້ຽມຢາມ ສະຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ ​ໄປ​ເດີນທາງ​ໃນ​ເວລາ 5 ວັນ, ​ແຕ່​ວັນ​ທີ 16 – 20/5/2016. ການ​ຢ້ຽມຢາມ​ສະຫະພັນ​ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເພື່ອ​ແນ​ໃສ່​ປະກອບສ່ວນຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດທີ່​ໄດ້​ວາງ​ອອກ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ການ​ຢ້ຽມຢາມ​ຍັງ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ, ນຳ​ການ​ຮ່ວມ​ມື 2 ຝ່າຍ​ພັດທະນາ​ຢ່າ​ງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

        ພາຍຫລັງ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍຢ່າງ​ເປັນ​ທາງ​ການ, ທ່າ​ນນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ກໍ່ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫລີ​ມສະ​ຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ. ກອງ​ປະຊຸມ​ປະກອບສ່ວນ​ສຳຄັນ​ຢັ້ງຢືນ​ທີ່​ຕັ້ງ ​ແລະ ບົດບາດ​ນັບ​ມື້​ນັບ​ສູງ​ຂອງ ອາ​ຊຽນ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ