ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານມະຫາກຳກິລາທົ່ວປະເທດ

(VOVWORLD) -ພິທີໄຂງານມະຫາກຳກິລາທົ່ວປະເທດຄັ້ງທີ 8 ປີ 2018, ໄດ້ດຳເນີນໃນຕອນຄ່ຳວັນທີ 25 ພະຈິກ, ຢູ່ສະໜາມກິລາແຫ່ງຊາດມິ້ດິ່ງ, ຮ່າໂນ້ຍ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານມະຫາກຳກິລາທົ່ວປະເທດ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ກ່າວຄຳເຫັນທີ່ພິທີໄຂ)

ເຂົ້າຮ່ວມພິທີໄຂມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ; ທ່ານຮ່ວາງຈຸງຫາຍ, ເລຂາຄະນະພັກນະຄອນຮ່າໂນ້ຍ; ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ, ພ້ອມກັບຕາງໜ້າການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ເປັນຈຳນວນຫຼວງຫຼາຍ.

        ເປີດສາກງານມະຫາກຳກິລາແມ່ນພິທີເດີນຂະບວນ, ສະແດງຍ້ອງຍໍກຳລັງຂອງພະນັກງານ, ລັດຖະກອນ, ພາລະກອນ, ນັກກິລາກວ່າ 3.000 ຄົນ ທີ່ມາຈາກ 65 ຄະນະນັກກິລາເຂົ້າຮ່ວມ. ຈຸດທີ່ພົ້ນເດັ່ນຂອງພິທີໄຂແມ່ນພິທີແຫ່ທວນໄຟ. ນັກກິລາ ຫວູແທ່ງອານ, ນັກກິລາແຂ່ງຂັນເປັນດາບ, ໄດ້ຕາງໜ້າໃຫ້ນັກກິລາກວ່າ 7.000 ຄົນ ໄດ້ກ່າວຄຳສາບານປະຕິບັດຖືກຕາມກົດລະບຽບຂອງງານມະຫາກຳລິກາ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຊີ້ແຈ້ງວ່າ.

        “ຄາວທີ່ປະທານໂຮ່ຈິມິນ ຍັງມີຊີວິດຢູ່ ເພີ່ນໄດ້ຮຽກຮ້ອງວ່າ ວຽກງານຫຍັງກໍ່ຕ້ອງມີສຸນະພາບທີ່ແຂງແຮງຈຶ່ງປະຕິບັດສຳເລັດໄດ້, ປະຊາຊົນແຕ່ລະຄົນຖ້າສຸຂະພາບບໍ່ແຂງແຮງຈະເຮັດໃຫ້ຄວາມເຂັ້ມແຂງຂອງທັງປະເທດຖືກຫຼຸດລົງສ່ວນໃດສ່ວນໜຶ່ງ, ປະຊາຊົນແຕ່ລະຄົນມີສຸຂະພາບແຮງແຂງ ໝາຍຄວາມວ່າໄດ້ປະກອບສ່ວນເຮັດໃຫ້ທົ່ວປະເທດເຂັ້ນແຂງ. ສະນັ້ນ, ການອອກກຳລັງກາຍບຳລຸງສຸຂະພາບແມ່ນໜ້າທີ່ຂອງປະຊາຊົນຮັກຊາດທຸກຄົນ.”

        ງານມະຫາກຳກິລາທົ່ວປະເທດຄັ້ງທີ 8 ປີ 2018 ດຳເນີນໃນລະຫວ່າງວັນທີ 15 ພະຈິກ ຫາວັນທີ 10 ທັນວາ ຢູ່ນະຄອນຮ່າໂນ້ຍ, ແຂວງຮ່ວາບິ່ງ ແລະ ແຂວງ ແຄ໊ງຮ່ວາ. ໄລ່ມາຮອດຈຸດເວລານີ້, ຄະນະນັກກິລາຮ່າໂນ້ຍ ພວມຢືນອັນດັບທີ 1 ດ້ວຍຫຼຽນຄຳ 30 ຫຼຽນ, ຄະນະນັກກິລານະຄອນໂຮ່ຈິມິນ ຢືນອັນດັບທີ 2 ດ້ວຍຫຼຽນຄຳ 19 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ