ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບມະຫາວິທະຍາໄລເຫ້ວ

(VOVWORLD) -ຕອນເຊົ້າວັນທີ 02 ມັງກອນ, ຢູ່ນະຄອນເຫ້ວ, ແຂວງເທື່ອທຽນເຫ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງມະຫາວິທະຍາໄລເຫ້ວ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບມະຫາວິທະຍາໄລເຫ້ວ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບມະຫາວິທະຍາໄລເຫ້ວ)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ການນຳມະຫາວິທະຍາໄລເຫ້ວ ຊອກຫາຮູບແບບພັດທະນາ, ສ້າງເງື່ອນໄຂໃຫ້ບັນດານັກຄົ້ນຄວ້າ, ຮັບໃຊ້ໃຫ້ແກ່ການສິດສອນເປັນຢ່າງດີທີ່ສຸດໃຫ້ແກ່ນັກສຶກສາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຄວນສືບຕໍ່ປະຕິບັດມະຕິເລກທີ 29 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝໃນເງື່ອນໄຂເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ທ່ານນາຍົກລັດຖະມົນຕີກໍ່ຍົກອອກບາງກຳນົດທິດໃຫຍ່ສຳລັບມະຫາວິທະຍາໄລເຫ້ວ ແລະ ມະຫາວິທະຍາໄລເວົ້າລວມ. ໃນນັ້ນ, ມະຫາວິທະຍາໄລເຫ້ວ ຕ້ອງເອົາໃຈໃສ່ຄວາມຮູ້ວິທະຍາສາດ, ວິທີການຄົ້ນຄວ້າດ້ວຍຕົນເອງ… ຕິດພັນກັບສະພາບຕົວຈິງ, ຊ່ວຍໃຫ້ນັກສຶກສາມີຫົວຄິດປະດິດສ້າງ, ມີພູມປັນຍາ ແລະ ກຳລັງຄວາມສາມາດກະທຳ, ພ້ອມກັນນັ້ນແມ່ນການບຳລຸງສ້າງຕາມຄວາມຕ້ອງການຂອງສັງຄົມ, ນັບທັງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບ, ມຸ່ງໄປເຖິງບັນດາມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ