ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບຜູ້ວ່າການທະນາຄານສູນກາງມຽນມາ

ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບຜູ້ວ່າການທະນາຄານສູນກາງມຽນມາ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ
ຕ້ອນຮັບຜູ້​ວ່າການ​ທະນາຄານ​ສູນ​ກາງ​ມຽນມາ
(ພາບ: tgvn.com.vn)

​​(vovworld) - ວັນ​ທີ 06/08, ຢູ່​​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບຜູ້​ວ່າການ​ທະນາຄານ​ສູນ​ກາງ​ມຽນມາ Kyaw Kyaw Maung, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມ​ົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຍາມ​ໃດລັດຖະບານ​ຫວຽດນາມ ກໍ​ສົ່ງ​ເສີມ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນ​ດວິ​ສາ​ຫະກິດ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ມຽນມາ ຢ່າງມີ​ປະສິດທິ​ຜົນ​. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ, ​ເຖິງ​ວ່າ​ຫວຽດນາມ ພວມ​ແມ່ນ​ປະ​ເທດ​ຢືນ​ອັນ​ດັບ​ທີ 8 ກ່ຽວ​ກັບ​ການ​ລົ​ງທຶນ​ໂດຍ​ກົງ​​ຕ່າງປະ​ເທດ​​ເຂົ້າ ​ມຽນມາ, ການ​ຄ້າ 2 ສົ້ນ​ມີ​ລະດັບ​ເຕີບ​ໂຕ​ສູງ ​ແລະ ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ​ແຕ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​​ໃຫ້​ຝ່າຍມຽນມາ ພິຈາລະນາ​ອະນຸ​ຍາດ​ໃຫ້​ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ ​ເປີດ​ສາ​ຂາ​ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິ​ດຫວຽດນາມ ຍູ້​ແຮ​ງການ​ລົງທຶນ​ເຂົ້າ​ມຽນມາ.

ຂ່າວ/ບົດ​ອື່ນ