ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຮອງນາຍົກັດຖະມົນຕີກຳປູເຈຍ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຮອງນາຍົກັດຖະມົນຕີກຳປູເຈຍ - ảnh 1
ທ່າ​ນນາຍົກ ລັດຖະມົນຕີ  Nguyen Tan Dung
ຕ້ອນຮັບຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ
( ພາບ: vietnamplus.vn )

(vovworld) – ​ຕອນ​ບາຍວັນ​ທີ 23/7, ຢູ່ຮ່າ​ໂນ້ຍ, ທ່າ​ນນາຍົກ ລັດຖະມົນຕີ  Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການລາຊະ​ອານາຈັກ​ກຳປູ​ເຈຍ​ທ່ານ​ນາງ Men Sam An. ທ່າ​ນນາຍົກລັດຖະມົນຕີ  Nguyen Tan Dung ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ພ້ອມ​ກັບ​ຝ່າຍ​ກຳປູ​ເຈຍ, ມານະ​ພະຍາຍາມ​ສູ້​ຊົນ, ນຳ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວັດ​ທະນະ​ທຳ​ໃຫ້​ພັດທະນາ​ຢ່າງ​ຈົບງາມ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ. ສ່ວນທ່ານ​ນາງ ຮອງ​ນາຍົກລັດຖະມົນຕີ Men Sam An ກໍ່​ໃຫ້​ຮູ້​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ກວດກາ. ທ່ານ​ນາງສະ​ເໜີ ສອງ​ຝ່າຍ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ, ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ຕໍ່ສູ້ສະກັດ​ກັ້ນ​ຫາງ​ສຽງ​ທີ່​ເສກ​ສັນ​ປັ້ນ​ແຕ່ງ, ​ແບ່ງ​ແຍກ​ນ້ຳ​ໃຈ​ສາມັກຄີ ​ແລະ ຫວ່າງ​ສອງ​ປະ​ເທດ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຮອງນາຍົກັດຖະມົນຕີກຳປູເຈຍ - ảnh 2
ຫົວໜ້າອົງການ​ກວດກາ​ລັດຖະບານ Huynh Phong Tranh ເຈລະຈາກັບ
ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ, ລັດຖະມົນຕີ​ Men Sam An
(ພາບ: thanhtra.gov.vn)

​        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ, ​ໂດຍ​ຫົວໜ້າອົງການ​ກວດກາ​ລັດຖະບານ Huynh Phong Tranh ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ - ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈຍ, ​ໂດຍ​ທ່ານ​ນາງ Men Sam An, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ, ລັດຖະມົນຕີ​ນຳ​ໜ້າ. ທ່ານຫົວໜ້າອົງ ການ​ກວດກາ​ລັດຖະບານຫວຽດນາມ Huynh Phong Tranh​ໄດ້​ຢັ້ງຢືນ​ວ່າ, ພາຍຫຼັງ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ເມື່ອ​ເດືອນ 3/2012, ການ​ຢ້ຽມຢາມ​ຫວຽດນາມຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ - ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈຍ​ໄດ້ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ອັນ​ດີ​ງາມ​ລະຫວ່າງ​ສອງ​ຂະ​ແໜງ​ກວດກາ​ສອງ​ປະ​ເທດ​ຢ່າງ​ມີ​ຊີວິດ​ຊີວາ, ທ່ານ​ນາງ Men Sam An ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຈະ​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ, ​ແກ້​ໄຂ​ການຟ້ອງ​ຮ້ອງ, ກ່າວ​ຟ້ອງ, ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ກວດກາ​ແຫ່ງ​ລັດ​ຍິ່ງ​ຂຶ້ນ.

 

ຂ່າວ/ບົດ​ອື່ນ