ນາຍົກລັດຖະມົນຕີອົດສະຕາລີຢ້ຽມຢາມອາຊີແລະເອີຣົບ

ນາຍົກລັດຖະມົນຕີອົດສະຕາລີຢ້ຽມຢາມອາຊີແລະເອີຣົບ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ອົດສະຕາ​ລີ Malcolm Turnbull
(ພາບ:Getty Images)

(vovworld) – ​ ວັນ​ທີ 12/11, ທ່ານ​ນາ​ຍົກ​ລັດຖະມົນຕີ ອົດສະຕາ​ລີ Malcolm Turnbull ​ເດີນທາງ​ໄປ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ຢ່າງ​ເປັນ​ທາງ​ການ, ນີ້​ແມ່ນ​ປະ​ເທດ​ອຳ​ອິດ​​ໃນ​ການ​ຢ້ຽມຢາມ 5 ປະ​ເທດຢູ່​ ອາ​ຊີ ​ແລະ ​ເອີຣົບ ​ທີ່ແກ່ຍາວ​ເປັນ​ເວລາ 12 ວັນ ​ແລະ ພົບ​ປະ​ກັບ​ການ​ນຳ​ແຖວ​ໜ້າ​ໂລກ​ຢູ່​ບັນດາ​ການ​ພົບ​ປະ​ຂັ້ນ​ສູງ. ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ, ທ່ານ​ນາຍົກລັດຖະມົນຕີ Turnbull ມີ​ການ​ພົບ​ປະ​ເຈລະຈາ ກັບ​ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ດ້ວຍ​ເນື້ອ​ໃນ​ສຸມ​ໃສ່​ໃນການ​ຮ່ວມ​ມື​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ພາຍຫລັງ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ, ທ່ານ​ນາຍົກລັດຖະມົນຕີ Turnbull ​ ຈະ​​ໄປຢ້ຽມຢາມ ​ເຢຍລະ​ມັນ ​ໃນ​ວັນທີ 13/11, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​​ເປັນ​ແຖວໜ້າ​​ໂລກ (G20) ຢູ່ ຕວກກີ ​ໃນ​ລະຫວ່າງ​ວັນ​ທີ 15 - 16/11, ​ເຂົ້າ​ຮ່ວມກອງ​ປະຊຸມ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ ​ໃນ​ລະຫວ່າງ​ວັນ​ທີ  (18 – 19/11) ຢູ່ ຟີ​ລິບ​ປິນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຢູ່​ ມາ​ເລ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ (21 – 22/11).

ຂ່າວ/ບົດ​ອື່ນ