ນາຍົກລັດຖະມົນຕີອີຣັກກະຕຸກຊຸກຍູ້ລັດເຊຍຮ່ວມມືຕ້ານ IS

ນາຍົກລັດຖະມົນຕີອີຣັກກະຕຸກຊຸກຍູ້ລັດເຊຍຮ່ວມມືຕ້ານ IS - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 21/05, ທ່ານ​ນາຍົກລັດຖະມົນຕີອີຣັກ Haider al Abadi ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມມົດສກູ​ຂອງ​ທ່ານ Abadi ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຕ້ານ​ກຳລັງ​ກຸ່ມ​ລັດ​ອິດສະ​ລາມ IS ອ້າງ​ຊື່​​ເອງ. ທີ່​ການ​ພົບ​ປະ, ທ່ານ Abadi ​ເນັ້ນ​ໜັກ​ວ່າ ​ໄພ​ນາບ​ຂູ່​ຈາກ​ລັດ​ທິກໍ່​ການ​ຮ້າຍ ພວມຄຸ​ກຄາມບໍ​່ພຽງ​ແຕ່​ຢູ່ອີຣັກ ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງອີກ​ດ້ວຍ ​ແລະ ​ພວມ​ພັດທະນາ​ພາຍ​ໃຕ້​ຮູບ​ແບບ​ໃໝ່​. ​ແບກ​ແດ​ດ ຕີ​ລາຄາ​ສູງ​ການ​ພົວ​ພັນ​ກັບ​ລັດ​ເຊຍ ​ແລະ ປາດ​ຖະໜາ​ວ່າ ມົດສກູ ​​ເອົາ​ໃຈ​ໃສ່ ​ແລະ ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກວ່າ​ໃນ​ການ​ຕໍ່ສູ້​ຕ້ານ​ໄພ​ນາບ​ຂູ່​ດັ່ງກ່າວ. ສ່ວນ​ທ່ານ Medvedev ຊີ້​ແຈ້ງວ່າ, ລັດ​ເຊຍ ຊົມ​ເຊີ​ຍການ​ສະໜັບສະໜູນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບ​ອີຣັກ ຢູ່​ຂັ້ນ​ລັດຖະບານ.

ຂ່າວ/ບົດ​ອື່ນ