ນາຍົກລັດຖະມົນຕີຮຽກຮ້ອງຕ້ອງສະໜອງທີ່ດິນ,ໜູນຊ່ວຍການສ້າງເຮືອນຢູ່ໃຫ້ປະຊາຊົນຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ນາຍົກລັດຖະມົນຕີຮຽກຮ້ອງຕ້ອງສະໜອງທີ່ດິນ,ໜູນຊ່ວຍການສ້າງເຮືອນຢູ່ໃຫ້ປະຊາຊົນຖືກຜົນສະທ້ອນຈາກໄພນ້ຳຖ້ວມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີຢື້​ຢາມ​ຖາມ​ຂ່​າວ​ປະ​ຊາ​ຊົນ​ເຂດ​​ຖືກນ້ຳ​ຖ້ວມ

(vovworld) – ຕອນ​ເຊົ້າ​ວັນ​ທີ 21/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​ສະ​ພາບ​ຄວາມ​ເສຍ​ຫາຍ​ພາຍຫຼັງ​ໄພຝົນ​ຕົກໜັກ, ນ້ຳ​ຖ້ວມ ແລະ ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຢູ່​ບ້ານ ອານ​ຊວຽນ 3, ຕາ​ແສງ ໝີ​ແຈ໋ງ, ເມືອງ ຟູ໋​ໝີ, ແຂວງ ບີ່ງ​ດິ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ນຳ​ອ​ຳ​ນາດ​ການ​ປົກ​ຄອງ​ແຂວງ ບີ່ງ​ດິ້ງ ແລະ ທ້ອງ​ຖິ່ນ​ໄດ້ສະ​ໜອງ​ທີ່​ດິນ, ໜູນ​ຊ່ວຍ​​ໃຫ້​ປະ​ຊາ​ຊົນ​ປູກ​ສ້າງເຮືອນ​ຊານ​ທີ່​ຖືກ​ທຳ​ລາຍພາຍຫຼັງ​ໄພ​ນ້ຳ​ຖ​້ວມ​ໂດຍ​ໄວ. ແບ່ງ​​ເບົາ​ຄວາມ​ເສຍ​ຫາຍ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ລະ​ດົມ​ພໍ່​ແມ່​ປະ​ຊາ​ຊົນ​ສາ​ມັກ​ຄີ, ໜູນ​ຊ່ວຍ, ອຸ້ມ​ສູ່​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ນຳ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ບີ່ງ​ດິ່ງ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ, ບໍ່​ປະ​ໃຫ້​ຄອບ​ຄົວ​ໃດ​ຖືກ​ອຶດ​ຫິວ. ສຳ​ລັບ​ບັນ​ດາ​ຄອບ​ຄົວ​ມີ​ເຮືອນ​​ຖືກ​ທຳ​ລາຍ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ້ອງ​ສະ​ໜອງ​ທີ່​ດິນ, ໜູ​ນ​ຊ່ວຍ​ເງິນ​ຄຳ ແລະ ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ຂອງ​ສັງ​ຄົມ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ກໍ່​ສ້າງ​ເຮືອ​ນ​ຊານ​, ສ້າງ​ຊີ​ວິດ​ເປັນ​ປົກ​ກະ​ຕິໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ມອບ​ຂອງ​ຂວັນ​ໃຫ້ 11 ຄອບ​ຄົວ​ຢູ່​ຕາ​ແສງ ໝີ​ແຈ໋ງ ​ທີ່ມີ​ເຮືອນ​​ຖືກ​ໄພ​ນ້ຳ​ຖ້ວມ​ທຳ​ລາຍ.

ຂ່າວ/ບົດ​ອື່ນ