ນາຍົກລັດຖະມົນຕີເກຼັກປະກາດຄະນະລັດຖະບານໃໝ່

ນາຍົກລັດຖະມົນຕີເກຼັກປະກາດຄະນະລັດຖະບານໃໝ່ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ​ເກຼັກ Alexis Tsipras
(ພາບປະກອບ: Reuters/TTXVN)


(vovworld) – ວັນ​ທີ 22/09, ທ່ານ​ນາຍົກລັດ​ຖະມົນຕີ​ເກຼັກ Alexis Tsipras ​ໄດ້​ປະກາດ​ຄະນະ​ລັດຖະບານ​ໃໝ່, ຕາມ​ນັ້ນ​ແລ້ວ, ທ່ານ Euclid Tsakalotos ຮັບ​ດຳລົງ​ຕຳ​ແໜ່ງລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ, ທ່ານ Panos Kammenos ຮັບ​ດຳລົງ​ຕຳ​ແໜ່ງລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ, ທ່ານ Nikos Kotzias ຮັບ​ດຳລົງ​ຕຳ​ແໜ່ງລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ​ແລະ ທ່ານ Ioannis Mouzalas ຮັບ​ດຳລົງ​ຕຳ​ແໜ່ງລັດຖະມົນຕີ​ວ່າການ​ກະຊວງ​ເຂົ້າ​ເມືອງ. ທ່ານ Tsakalotos ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ຫຍຸ້ງ​ຍາກ​ໃນ​ວິວັດ​​ແຫ່ງ​ການ​ປະຕິ​ຮູບ ​ເຊິ່ງທ່ານ Tsipras​ ​ໄດ​້ໃຫ້​ຄຳ​ໝັ້ນ​ສັນຍາ​ເມື່ອ​ເດືອນ 07 ຜ່ານ​ມາ, ​ເພື່ອ​​ແລ​ກ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ການ​​ເງິນທີ​ 3 ທີ່​ມາ​ມູນ​ຄ່າ 86 ຕື້​ເອ​ໂລ ຈາກ​ບັນດາ​ເຈົ້າ​ໜີ້​ສາກົນ​ໃນ​ຮອບ​ເວລາ 5 ປີ. ພາກສ່ວນ​ຄະນະ​ລັດຖະບານ​ໃໝ່​ລວມມີລັດຖະມົນຕີ 16 ທ່ານ, ຮອງ​ລັດຖະມົນຕີ 30 ທ່ານ. ຕາມ​ແຜນການ, ຄະນະ​ລັດຖະບານ​ໃໝ່​ຂອງ​ທ່ານ Tsipras ຈະ​ສະບາ​ນຕົວຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 23/09.

ຂ່າວ/ບົດ​ອື່ນ