ນາຍົກລັດຖະມົນຕີໄທ: ການເລືອກຕັ້ງແມ່ນມາດຕະການໜຶ່ງດຽວໃຫ້ແກ່ວິກິດການ

ນາຍົກລັດຖະມົນຕີໄທ: ການເລືອກຕັ້ງແມ່ນມາດຕະການໜຶ່ງດຽວໃຫ້ແກ່ວິກິດການ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/01, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງຣັກ ສິນ​ນະ​ວັດ ​ໃຫ້​ຮູ້​ວ່າ ວິວັດ​ດີ​ທີ່​ສຸດ​ໃຫ້​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໂຄນ​ລົ້ມລັດຖະບານ​ຂອງ​ທ່ານ​ນາງ​ແມ່ນບໍ່​ປ່ອນ​ບັດ​ໃຫ້​ລັດຖະບານ​​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 02/02 ຈະ​ມາ​ເຖິງ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸ​ມຂ່າວ​ກັບ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ​ໃຫ້​ຮູ້​ວ່າ ວິທີ​ງ່າຍ​ທີ່​ສຸດ​ເພື່ອປົດ​ຕຳ​​ແໜ່​ງທ່ານ​ນາງ ​ແມ່ນ​ຜ່ານ​ບັດ​ເລືອກ​ຕັ້ງ ຍ້ອນ​ບັນດາ​ມາດ​ຕະການລະ​ເມີດ​ລັດຖະທຳ​ມະນູນລ້ວນ​ແຕ່ບໍ່​ສາມາດ​ແກ້​ໄຂ​ໄດ້​. ​ໃນ​ຂະນະ​ນັ້ນ, ຂະ​ບວນການ​​ແຫ່​ຂະ​ບວນຍັງ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ທ່ານ​ນາງ ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ເປີດ​ຊ່ອງທາງ​ໃຫ້​ແກ່ການ​ສ້າງ​ສະພາ​ປະຊາຊົນ ​ແນ​ໃສ່​ປະຕິ​ຮູບ​ປະ​ເທດ​ຊາດ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ໄທ ຍັງ​ບໍ່​ທັນຊອກ​ໄດ້​ວິ​ກິດ​ການ​ແກ້​ໄຂ ​ເມື່ອ​ທັງ 2 ຝ່າຍລ້ວນ​ແຕ່​ຢາກ​ປົກ​ປ້ອງ​ທັດສະນະ​ຂອງ​ຕົນ. ພັກ​ປະຊາທິປັດ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ລາ​ອອກ​ຈາ​ຕຳ​ແໜ່​ງ ​ເພື່ອ​ຮັບ​ຜິດ​ຊອບຍ້ອນ​ໄດ້ກ່ຽວຂ້ອງ​ເຖິງ​ໂຄງການອຸດ​ໜູນ​ລາຄາ​ເຂົ້າ, ​ໃນ​ຂະນະ​ນັ້ນທ່ານ​ນາງ​ຍິ່ງຣັກ ພັດ​ຢືນຢັນວ່າ ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 02/02 ຈະ​ມາ​ເຖິງ ​ແມ່ນ​ມາດ​ຕະການ​ໜຶ່ງ​ດ່ຽວ​ໃຫ້​ແກ່​ວິ​ກິດ​ການ​ໃນ​ປະຈຸ​ບັນ​ຢູ່​ໄທ.

ຂ່າວ/ບົດ​ອື່ນ