ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ຫວຽດ - ດຶກ

(VOVWORLD) - ໂຮງຮຽນຈະປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມ ໃນໄລຍະການປະຕິວັດ 4.0 ໃນປະຈຸບັນ. 
 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ຫວຽດ - ດຶກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ແຂວງ ບີ່ງເຢືອງ, ເມື່ອລົງຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ຫວຽດ - ດຶກ (ຫວຽດນາມ - ເຢຍລະມັນ), ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ໂຮງຮຽນຈະປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມ ໃນໄລຍະການປະຕິວັດ 4.0 ໃນປະຈຸບັນ. ເມື່ອສະແດງຄວາມຂອບອົກຂອບໃຈການຊ່ວຍເຫຼືອຂອງ ເຢຍລະມັນ ແລະ ລັດ Hessen ທີ່ໄດ້ສະຫງວນການຫນູນຊ່ວຍຫລາຍຢ່າງໃຫ້ໂຮງຮຽນ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໂຮງຮຽນ ຫວຽດ ດືກ ແມ່ນສັນຍາລັກ, ແມ່ນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ ແລະ ແມ່ນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນ, ນັກສຶກສາສອງປະເທດ ແລະ ໂຮງຮຽນແຫ່ງນີ້ ຈະກາຍເປັນແບບຢ່າງມະຫາວິທະຍາໄລຕາມການກຳນົດທິດຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ