ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ປະທານຫ້ອງການການຄ້າຮົງກົງ - ຫວຽດນາມ, ເອກອັກຄະລັດຖະທູດ ບຸນກາຣີ ແລະ ອູຣູກວາຍ ປະຈຳ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Marinela Petkova ເອກອັກຄະລັດຖະທູດ ບຸນກາຣີ ແລະ ທ່ານນາງ Rosario Portell Casanova ເອກອັກຄະລັດຖະທູດ ອູຣູກວາຍຕາເວັນອອກ ເນື່ອງໃນໂອກາດບັນດາທ່ານນາງເຂົ້າຢ້ຽມຄ່ຳນັບ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ປະທານຫ້ອງການການຄ້າຮົງກົງ - ຫວຽດນາມ, ເອກອັກຄະລັດຖະທູດ ບຸນກາຣີ ແລະ ອູຣູກວາຍ ປະຈຳ ຫວຽດນາມ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ  ແລະ  ທ່ານນາງ Marinela Petkova ເອກອັກຄະລັດຖະທູດ ບຸນກາຣີ

ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Marinela Petkova ເອກອັກຄະລັດຖະທູດ ບຸນກາຣີ ແລະ ທ່ານນາງ Rosario Portell Casanova ເອກອັກຄະລັດຖະທູດ ອູຣູກວາຍຕາເວັນອອກ ເນື່ອງໃນໂອກາດບັນດາທ່ານນາງເຂົ້າຢ້ຽມຄ່ຳນັບ.

ໃນຄຳອວຍພອນທ່ານນາງ Marinela Petkova ທີ່ໄດ້ຮັບຕຳແໜ່ງເປັນເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ. ພ້ອມທັງສະເໜີໃຫ້ ບຸນກາຣີ ແລະໃນນາມສ່ວນຕົວທ່ານນາງເອກອັກຄະລັດຖະທູດ ສະໜັບສະໜູນ ຫວຽດນາມໃນການພົວພັນ ກັບ EU, ເພື່ອຊ່ວຍຊຸກຍູ້ສັນຍາ EVFTA ໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ ບຸນກາຣີ ໃນການທຳມາຫາກິນ, ດຳເນີນທຸລະກິດ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍດຳເນີນກອງປະຊຸມຄັ້ງທີ 24 ຄະນະກຳມະລະຫວ່າງການລັດຖະບານ ຫວຽດນາມ - ບຸນກາຣີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ ໂດຍໄວ.

ຢູ່ການຕ້ອນຮັບທ່ານນາງ Portell Casanova,ເອກອັກຄະລັດຖະທູດອູຣູກວາຍຕາເວັນອອກ  ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດ ອາເມລິກາລາຕີນ ເວົ້າລວມ ແລະ ອູຣູກວາຍເວົ້າສະເພາະ, ປາດຖະໜາຢາກພັດທະນາການພົວພັນມິດຕະພາບຕາມທິດລົງເລິກ, ເປັນຕົ້ນແມ່ນ ເສດຖະກິດ, ການຄ້າ, ການລົງທຶນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ,  ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ່ 1 ຂອງ ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ - ອູຣູກວາຍ ແລະ ບັນດາເອກະສານຮ່ວມມືທີ່ໄດ້ຮັບການລົງນາມ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ການນຳລັດຖະບານ ຫວຽດນາມ ຈະເອົາໃຈໃສ່ໃນການຊີ້ນຳບັນດາກະຊວງ, ຂະແໜງການຕັ້ງໜ້າຮ່ວມມື, ໜູນຊ່ວຍເອກອັກຄະລັດຖະທູດໃນໄລຍະທີ່ດຳລົງຕຳແໜ່ງຂອງຕົນຢູ່ ຫວຽດນາມ.

ກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Jonathan Choi, ປະທານຫ້ອງການການຄ້າ ຮົງກົງ - ຫວຽດນາມ, ທັງເປັນປະທານກຸ່ມບໍລິສັດ Sunwah, ຮົງກົງ(ຈີນ).

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຈີນ ເວົ້າລວມ ແລະ ຮົງກົງເວົ້າສະເພາະ, ບັນລຸໄດ້ບັນດາໝາກຜົນທີ່ໜ້າຊື່ນຊົມໃນຫຼາຍຂົງເຂດຄື ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ… ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຫ້ອງການການຄ້າ ຮົງກົງ - ຫວຽດນາມ ສວມບົດບາດເປັນຂົວເຊື່ອມຕໍ່ຊຸກຍູ້ບັນດາວິສາຫະກິດສອງປະເທດຮ່ວມມືກັນຢ່າງແຮງກ່ວາອີກ. ພ້ອມທັງຕີລາຄາສູງບັນດາການເຄື່ອນໄຫວຂອງຫ້ອງການການຄ້າ ຮົງກົງ -ຫວຽດນາມ ເວົ້າລວມ ແລະ ໃນນາໃສ່ວນຕົວທ່ານ Jonathan Choi, ກຸ່ມບໍລິສັດ Sunwah ເວົ້າສະເພາະ, ທ່ານນາຍົກລັດຖະມົນຕີເຫັນດີຕໍ່ບັນດາການເຄື່ອນໄຫວຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການສຶກສາ ລະຫວ່າງ ສອງປະເທດ ຫວຽດນາມ - ຈີນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ