ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕີລາຄາສູງປະສິດທິຜົນແຫ່ງການລົງທຶນຢູ່ ກຳປູເຈຍ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕີລາຄາສູງປະສິດທິຜົນແຫ່ງການລົງທຶນຢູ່ ກຳປູເຈຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ພົບ​ປະ​ເຈລະຈາ​ກັບ
​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen
(ພາບ: http:nguyentandungvn.net)


(vovworld) -     ​ເນື່ອງ​ໃນ​ໂອກາດ​ໄປ​ຢ້ຽມຢາມ​ກຳປູ​ເຈຍ ​ເຂົ້າ​ຮ່ວມ​ພິທີ​ໄຫ​ວ່ອາ​ໄລອະດີດ​ພະ​ມະຫາ​ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ Norodom Sihanouk. ຕອນ​ເຊົ້າ​ວັນ​ທີ 04/02,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ​ຟຸ່ນ​ເຄມີສາກົນ 5 ດາວ​ກຳປູ​ເຈຍ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ໂຄງການ​ລົງທຶນ​ໃຫຍ່​ຂອງ​ບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່ກຳ​ປູ​​ເຈຍ ດ້ວຍ​ຍອດ​ເງິນ​ລົງທຶນ​ໃນ​ເບື້ອງ​ຕົ້ນ​ແມ່ນ 67 ລ້ານ USD ທີ່​ຫາ​ກໍ​ນຳ​ເຂົ້າ​ໃຊ້​ການ​ເມື່ອ​ທ້າຍ​ເດືອນ 12/2012. ກ່າວ​ຄຳ​ເຫັນ​​ເມື່ອ​ມາ​ຢ້ຽມຢາມ​ໂຮງງານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ.

        “ວິ​ສາ​ຫະກິດ​ຫວຽດນາມ ທີ່​ລົງທຶນ​ຢູ່ກຳ​ປູ​ເຈຍ ສ່ວນ​ຫຼາຍ​ແມ່ນມີ​ປະສິດທິ​ຜົນ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ Viettel, ການບິນ​ຫວຽດນາມ ທີ່ຮ່ວມ​ທຸລະກິດ​ກັບ​ກຳປູ​ເຈຍ, ທະນາຄານ​ລົງທຶນຂະຫຍາຍ​ສາ​ຂາ​ ການ​ເຄື່ອນ​ໄຫວ​ຢູ່ກຳ​ປູ​ເຈຍ ​ກໍ​ດີທີ່ສຸດ.”

        ​ແລະ​ກໍ​ໃນຕອນ​ເຊົ້າ​ວັນ​ທີ 04/02, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ພູນ​ຄຸນ​ສ້າງ​ກາ​ນ​ພົວພັນ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ. ນາຍົກລັດຖະມົນຕີ​ທັງ 2 ທ່ານ ​ໄດ້​ແລກປ່ຽນ​ບາງເນື້ອ​ໃນ​ຮ່ວມ​ມື ​ແລະ ມາດ​ຕະການ​ຕ່າງໆ​ເພື່ອ​ສືບ​ຕໍ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​​ເລີດ​ເຊິ່ງຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ