ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງແຜນການກຳປູເຈຍ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງແຜນການກຳປູເຈຍ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ
ລັດຖະມົນຕີວ່າການກະຊວງແຜນການກຳປູເຈຍ
(ພາບ: chinhphu.vn)


(vovworld) – ທີ່​ການ​ຕ້ອນຮັບທ່ານລັດຖະມົນຕີ​ວ່າ​ການ​ກະຊວງ​ແຜນການ​ກຳປູ​ເຈຍ Chhay Nathan ​ໃນຕອນ​ບ່າຍວັນ​ທີ 10/03 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານລັດຖະມົນຕີ​ວ່າ​ການ​ກະຊວງ​ແຜນການ​ກຳປູ​ເຈຍ Chhay Nathan ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ດ້ວຍ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດທິ​ຜົນ​ລະຫວ່າງ 2 ກະຊວງ ​ແລະ ບັນດາ​ກະຊວງ​ອື່ນ​ຂອງ 2 ປະ​ເທດ ຈະ​ປະກອບ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ກາ​ນລົງທຶນ ​ແລະ ທ່ອງ​ທ່ຽວ​… ທ່ານ​ນາຍົກລັດຖະມົນຕີກໍ່ສະ​ແດງ​ການ​ສະໜັບສະໜູນ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ປະຕິບັດ​ແຜນການ​ເ​ຊື່​ອມຕໍ່ 2 ພື້ນຖານ​ເສດຖະກິດ ​ແລະ ​ເຊື່ອມ​ຕໍ່​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດ​ຖະມົນຕີ​ເນັ້ນ​ໜັກວ່າ, ແຜນການ​ເຊື່ອມ​ຕໍ່​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ​ ​ເພື່ອຜົນ​ປະ​ໂຫຍດ​ໃຫ້​ທັງ 3 ພື້ນຖານ​ເສດ​ຖະກິດ. ​ເມື່ອ​ເຕື້ອງ​ເຖິງ​ຂົງ​ເຂດ​ລົງທຶນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ, ຍາມ​ໃດ​ຫວຽດນາມ ກໍ່​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ເຂົ້າກຳ​ປູ​ເຈຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ປູກຕົ້ນ​ຢາງພາລາ. ລັດຖະບານ​ຫວຽດນາມ ປາດ​ຖະໜາ​ວ່າ ລັດຖະບານ​ກຳປູ​ເຈຍ ຈະ​ແກ້​ໄຂ​ບັນຫາ​ຮ່ວມ​ມື​ລົງທຶນ​ປູກ​ຕົ້ນ​ຢາງພາລາ​​ໂດຍ​ໄວ​ເພື່ອ​ໃຫ້​ນັກ​ລົງທຶນ​ຫວຽດນາມ ອຸ່ນ​ອ່ຽນ​ໃຈດຳ​​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ​ຢູ່ກຳ​ປູ​ເຈຍ.
ຂ່າວ/ບົດ​ອື່ນ