ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມກຳປູເຈຍຢ່າງຈົບງາມ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມກຳປູເຈຍຢ່າງຈົບງາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​
(ພາບ: VGP)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ, ຕອນ​ເຊົ້າ​ວັນ​ທີ 14/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ຂົວ ລອງ​ບິ່ງ - Chrey Thom ທີ່​ເຊື່ອມ​ຕໍ່​ແຂວງ​ອານ​ຢາງ ຂອງ​ຫວຽດນາມ ກັບ​ແຂວງ Kandal ຂອງ​ກຳ​ປູ​ເຈຍ. ຂົວ ລອງ​ບິ່ງ - Chrey Thom ມີ​ລວງ​ຍາວ 400 ມ. ພາຍຫຼັງ​​ກໍ່ສ້າງ​ສຳ​ເລັດ, ຂົວຈະ​ແມ່ນ​ເສັ້ນທາງ​ສັ້ນ​ທີ່​ສຸດ​ທີ່​ເຊື່ອມ​ຕໍ່​ນະຄອນຫຼວງ​ພະນົມ​ເປັນ ກັບ​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ການ​ຄ້າ 2 ປະ​ເທດ, ກໍ່​ຄື​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ເຂດ​ຊາຍ​ແດນ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ທະຫານ​ອາສາ​ສະມັກ​ຫວຽດນາມ ຢູ່​ນະຄອນຫຼວງ​ພະນົມ​ເປັນ, ອາ​ໄລ​ຫາ​ບັນດາ​ວິລະຊົນ, ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ການ​ຕໍ່​ສູ້​ຊ່ວຍ​ປະຊາຊົນ​ກຳປູ​ເຈຍ ຫຼຸດພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ.

        ຕ​ອນບ່າຍ​ວັນ​ທີ 14/1, ກ່ອນ​ທີ່​ເດີນທາງ​ອອກ​ຈາກ​ພະນົມ​ເປັນ ກັບ​ເມື່ອປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ພະ​ບາດ​ສົມ​ເ​ດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຫວັງ​ວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ພະ​ບາດ​ສົມ​ເ​ດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni ສືບ​ຕໍ່​ສະໜັບສະໜູນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ : ຍາມ​ໃດ​ຫວຽດນາມ ກໍ່ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດຕະພາບ​ທີ່​ເປັນ​ມູນ​​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ” ກັບ​ລັດຖະບານ ກຳ​ປູ​ເຈຍ.

        ສ່ວນພະ​ບາດ​ສົມ​ເ​ດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni ​​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ກຳປູ​ເຈຍ ຂອງ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຈະ​ຊຸກຍູ້​ການ​ພົວພັນ ກຳປູ​ເຈຍ - ຫວຽດນາມ ​ໃຫ້ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 13/01, ຢູ່​ຫໍ​ສັນຕິພາບ, ນະຄອນຫຼວງ​ພະ​ນົມ​ເປັນ ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ແຮງ. ທ່ານ​ນາຍົກລັດຖະມົນ​ຕີ Hun Sen ​ເຊື່ອ​ໝັ້ນວ່າ ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຈະ​ສືບ​ຕໍ່​ສ້າງ​ກຳລັງ​ໜູນ​ຢ່າງ​ແຂງ​ແຮງ​​ເພື່ອຊຸກຍູ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2  ປະ​ເທດ ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງໃໝ່. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ​​ເຊິ່ງປະຊາຊົນ​ກຳປູ​ເຈຍ ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ຂອງ​ລັດຖະບານ​ກຳປູ​ເຈຍ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Hun Sen ນຳ​ໜ້າ ຍາດ​ມາ​ໄດ້​ໃນ 35 ປີຜ່ານມາ, ພາຍຫຼັງ​ວັນ​ກຳປູ​ເຈຍ  ​ໂຄນ​ລົ້ມ​ລະບອບ​ດັບ​ສູນ​ເຊື້ອ​ຊາດ (07/01/1979). ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​​ເຕີນ​ຢຸງ ​ເຊື່ອໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ໃໝ່, ປະຊາຊົນ​ກຳປູ​ເຈຍ ອ້າຍ​ນ້ອງ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ​ກວ່າ​ອີກ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ ກຳປູ​ເຈຍ ​ໃຫ້​ພັດທະນາ​ວັດ​ທະນາ​ຖາວອນ, ມີ​ບົດບາດ ​ແລະ ມີທີ່​ຕັ້ງ​ນັບ​ມື້​ນັບ​ສູງ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ທີ່​ການ​ພົບ​ປະ​ເຈລະຈາ, ​ນາຍົກລັດຖະມົນຕີ 2 ທ່ານ ສະ​ແດງ​ຄວາມພາດ​ພູມ​ໃຈ​​ເມື່ອ​ເຫັນ​ວ່າການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ສັງຄົ​ມ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າ​ງບໍ່​ຢຸດ​ຢັ້ງ; ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ໝາກຜົນ​ດັ່ງກ່າວ​ໄດ້​ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ ກໍ່​ຄື​ປະກອບສ່ວນ​ເຂົ້າ​ໃນການ​ພັດທະນາ​ລວມຂອງ 2 ປະ​ເທດ. ນາຍົກລັດ​ຖະມົນຕີ 2 ທ່ານ​ຢືນຢັນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​​​ໄລຍະຍາວ​, ມີ​ປະສິດທິ​ຜົນ​ຢູ່ກຳ​ປູ​ເຈຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ສູ້​ຊົນ​​ເພື່ອ​ເຮັດ​ໃຫ້ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 5 ຕື້ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ