ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ - ảnh 1
(ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ)

 (vovworld)-​ ວັນ​ທີ 7/8 ຢູ່​ນະ​ຄອນ​ດ່າ​ນັງ, ໄດ້​ດຳ​ເນີນ​ ກອງ​ປະ​ຊຸມ​ ​ຂອງຂະ​ແໜງ​​ແຜນ​ການ ແລະ ການລົງ​ທຶນ​ທົ່ວ​ປະ​ເທດ ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍຄື ​ເຊື່ອມ​​ຊຶມ​ຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ​ກ່ຽວ​ກັບ​ການ​ກໍ່​ສ້າງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ໄລ​ຍະ 5 ປີ ແຕ່ປີ 2016-2020 ແລະ ຮັບ​ຟັງ​​ແນະ​ນຳຮ່າງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ ໄລ​ຍະ 5ປີ ແຕ່​ປີ 2016-2020 ຂອງ​ກະ​ຊວງ​ແຜນ​ການ ແລະ ​ການລົງ​ທຶນ; ເຊື່ອມ​​ຊຶມ​ຄຳ​ສັ່ງ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ກ່ຽວ​ກັບ​ການ​ສ້າງ​ແຜນ​ການ​ລົງ​ທຶນ​ຂອງ​ລັດ​ໄລ​ຍະ​ 5ປີ ແຕ່ປີ 2016-2020.

   ກ່າວ​ຄຳ​ເຫັນ​​ທີ່ພິ​ທີ​ເປີດກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການລົງ​ທຶນຫວຽດ​ນາມ ບຸຍກວາງວີງ ເນັ້ນໜັກວ່າບັນ​ດາ​ເນື້ອ​ໃນ​ໄດ້​ເຊື່ອມ​ຊຶມ, ເຜີຍ​ແຜ່, ​ປຶກ​ສາ​ຫາ​ລື,… ທີ່ກອງ​ປະ​ຊຸມ​ແມ່ນ​ບັນ​ດາບັນ​ຫາ​​ໃຫຍ່ ​ຂອງ​ປະ​ເທດ; ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ແທນ ​ສຸມ​ໃສ່​ປຶກ​ສາ​ຫາ​ລື ປະ​ກອບ​ຄຳ​ເຫັນ​ຢ່າງ​ລະ​ອຽດ,ແທດ​ຈິງ​ໃສ່​ບັນ​ດາ​ເນື້ອ​ໃນ​ກອງ​ປະ​ຊຸມ    ພິ​ເສດ​ແມ່ນ​ການສ້າງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ໃນໄລ​ຍະ5ປີ ແຕ່ປີ 2016-2020; ການ​ສ້າງ​ແຜນ​ການ​ລົງ​ທຶນ​ຂອງ​ລັດ​ໄລ​ຍະ​5ປີ ແຕ່ປີ 2016-2020; ​ການຈັດ​ແບ່ງ​ເງິນ​ລົງ​ທຶນ; ບັນ​ດາ​​ມາດ​ຕະ​ການ​ຊຸກ​ຍູ້ການ​ເຕີບ​ໂຕ,ຍົກ​ສູງ​ປະ​ສິດ​ທິ​ຜົນ, ກຳ​ລັງແກ່ງ​ແຍ້ງຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາບການເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ​ ຢ່າງເລິກ​ເຊິ່ງ    ​​ກ້​ວາງ​ຂວາງ ແລະ ເລື່ອງ​ເຫັນ​ດີເປັນ​ເອ​ກະ​ພາບຕໍ່​ວິ​ທີ​ຄິດ​ໄລ່ GDP.

ຂ່າວ/ບົດ​ອື່ນ