ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບນາຍົກລັດຖະມົນຕີ ຕີມໍຕາເວັນອອກ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບນາຍົກລັດຖະມົນຕີ ຕີມໍຕາເວັນອອກ - ảnh 1
​ທ່ານ​ນາຍົ​ກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບນາຍົກລັດຖະມົນ​ຕີ ສ.ຕີ​ມໍ​ຕາ​ເວັນ​ອອກ
(ພາບ: chinhphu.vn)


(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົ​ກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ, ທ່ານ​ນາຍົກລັດຖະມົນ​ຕີ ສ.ຕີ​ມໍ​ຕາ​ເວັນ​ອອກ Kay Rala Xanana Gusmao ​ໄດ້​ມາ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 03 – 05 ກັນຍາ 2013. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Gusmao. ​​ເມື່ອແລກປ່ຽນກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ນາຍົກລັດຖະມົນຕີ 2 ທ່ານ ຢືນຢັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ... ຢ່າງ​ແໜ້ນ​​ແຟ້ນກວ່າ. ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ເຕີນ​ຢຸງ ກ່າວ​ວ່າ.

“ພວກ​ຂ້າພະ​ເຈົ້າ​ໄດ້​ກວດກາ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເປັນ​ເອກະ​ພາບ​ວາງ​ອອກ​ບັນດາ​ທິດ​ທາງ, ມາດ​ຕະການ ​ເພື່ອ​ພ້ອມ​ກັນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ບັນດາ​ຂົງ​ເຂດ​ຄື ການ​ເມືອງ, ​ເສດຖະກິ​ດ, ການ​ຄ້າ, ການ​ລົງທຶນ, ພະລັງງານ... ໃຫ້ດີກວ່າ​ອີກ. 2 ຝ່າຍ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ໃນ​ບັນດາ​ບັນຫາ​ຄື​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ລົງ​ນາມ​ສັນຍາ​ສົ່ງ​ເສີມ ​ແລ​ະ ໃຫ້ອາລັກຂາ​ແກ່​ການ​ລົງທຶນ, ການ​ຮ່ວມ​ມື​ດ້ານ​ໂທລະ​ຄົມ, ກະສິກຳ, ປ່າ​ໄມ້, ການ​ປະມົງ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳ​ມະຫານ​ປະສົມ​ລະຫວ່າງ 2 ປະ​ເທດ ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຮ່ວມ​ມື​ຢ່າງ​ລະອຽດ​ໃນ​ໄລຍະ​ຈະ​ມາ​ເຖິງ”

ນາຍົກລັດຖະມົນຕີ 2 ທ່ານ ກໍ່​ເຫັນ​ດີ​ຊຸກຍູ້​ບັນດາບັນຫາ​ຄື: ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ອາລັກຂາ​ແກ່​ການ​ລົງທຶນ, ຮ່ວມ​ມື​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານສະບຽງ​ອາ​ຮານ, ການ​ສຶກສາ, ນ້ຳມັນ​ອາຍ​ແກ​ດ... ​ໂດຍ​ໄວ. ພ້ອມກັນ​ນັ້ນ 2 ຝ່າຍ​ສືບ​ຕໍ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ສັນຍາ​ແມ່​ຫວຽດນາມ - ຕີ​ມໍ​ຕາ​ເວັນ​ອອກ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ​ເຕັກນິກ (​ເຊິ່ງ​ໄດ້​ລົງ​ນາມ​​ເມື່ອ​ເດືອນ ​ເມສາ 2010), ຈັດ​ກອງ​ປະຊຸມ​​ເທື່ອທຳ​ອິດ​ຂອງ​ຄະນະ​ກຳມະການ​ປະສົມ​ໂດ​ຍ​ໄວ ​ເພື່ອ​ແລກປ່ຽນ​ບັນຫາ​ມາດ​ຕະການ​ຮ່ວມ​ມື​ຢ່າງ​ລະອຽດ​ກວ່າ. ນາຍົກລັດຖະມົນຕີ 2 ທ່ານ ກໍ່​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນດາ​ຮ່ວມ​ມື​ຢູ່​ໃນພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຢືນຢັນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ທີ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຫຼາຍ​ຝ່າຍ; ຫວຽດນາມ ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ອາ​ຊຽນ ​ໂດຍ​ໄວ ​ແລະ ຈະ​ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ປ​ະ​ເທດ​ອາ​ຊຽນ ໜູນ​ຊ່ວຍ​ຄວາມ​ປາດ​ຖະໜາ​ນີ້​ຂອງ​ຕີ​ມໍ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນດາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ຕ້ອງ​ຮັບປະກັນ​ຄວາມ​ສະຫງົບ ​ແລະ ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຮັກສາ​ສັນ​ຕະພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ນີ້. ທ່ານ​ນາຍົກລັດຖະມົນຕີ Gusmao ຢືນຢັນ​ສະໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ອາ​ຊຽນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ນອນ​ໃນ ຫຼັກການ 6 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

          ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ນາຍົກລັດຖະມົນ​ຕີ Kay Rala Xanana Gusmao ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ຕີ​ມໍ​ຕາ​ເວັນ​ອອກ.

          ຕອນ​ບ່າຍ​ວັນ​ດ່ຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ ນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ