ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ​ປະ​ຈຳ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 10 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Matthews ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ​ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Matthews ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ (ພາບ: TTXVN) 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນເຖິງການພົວພັນທີ່ສະໜິດສະໜົມ, ໃກ້ຊິດຕິດແທດຂອງ ສອງປະເທດໃນທຸກຂັ້ນ, ການຮ່ວມມືໃນທຸກຂົງເຂດ ແລະ ຫວັງວ່າ ສອງປະເທດຈະສືບຕໍ່ເສີມຂະຫຍາຍບັນດາທ່າແຮງຂອງຕົນເພື່ອຍົກສູງວົງເງິນການຄ້າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີກໍ່ໄດ້ຕີລາຄາສູງຕໍ່ ວຽກງານຄວບຄຸມໂລກລະບາດ ໂຄວິດ - 19 ຂອງນິວຊີແລນ ແລະ ຊີ້ແຈ້ງວ່າ ເຖິງວ່າໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນໂລກເຖິງຢ່າງໃດກໍ່ຕາມ ແຕ່ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຄວບຄຸມ ໂລກລະບາດ ແລະ ປ້ອງກັນຄວາມປອດໄພໃຫ້ແກ່ປະຊາຊົນ.

        ສ່ວນທ່ານນາງ Wendy Matthews ໄດ້ເນັ້ນໜັກວ່າ ນິວຊີແລນ ຢາກຮ່ຳຮຽນເອົາບົດຮຽນປະສົບການໃນການຈັດຕັ້ງກອປະຊຸມທາງອອນລາຍຂອງ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ວ່າ ເຖິງວ່າໂລກລະບາດໂຄວິດ - 19 ໄດ້ກໍ່ສິ່ງກີດຂວາງກໍ່ຕາມ ແຕ່ກໍ່ໄດ້ສ້າງຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດນິວຊີແລນ ຍູ້ແຮງການມາລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ