ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບອະດີດນາຍົກລັດຖະມົນຕີມາເລເຊຍ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບອະດີດນາຍົກລັດຖະມົນຕີມາເລເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ສຳນັກງານ​ລັດຖະບານ​ຫວຽດນາມ, ທ່ານ​ນາ​ຍົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ Tun Ahdullah Ahmad Badawi ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ປາດ​ຖະໜາ​ວ່າ​ ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ, ທ່ານອະດີດ​ນາຍົກລັດຖະມົນຕີ Tun Ahdullah Ahmad Badawi ຈະ​ຕັ້ງໜ້າປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການສຶກສາ, ການທ່ອງທ່ຽວ​, ການ​ກໍ່ສ້າງ ກໍ​ຄື​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ພັດທະນາ​ຢ່າງ​ເຂັ້ມ​ແຂງ; ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

        ທ່ານອະດີດ​ນາຍົກລັດຖະມົນຕີ Tun Ahdullah Ahmad Badawi ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ. ທ່ານອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຄັ້ງ​ນີ້, ທ່ານ​ຈະພ້ອມ​ກັບຄະນະ​ພະນັກງານ, ວິ​ສາ​ຫະກິດ​ທີ່ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກໍ່ສ້າງ​ຂອງ​ມາ​ເລ​ເຊຍ ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ກໍ່ສ້າງ, ພິ​ເສດ​ແມ່ນ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ. ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Nguyen Tan Dung  ​ໄດ້​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມຊຶ່ງ​ມີ​ຄວາມ​ໝາຍ​ຫຼາຍ​ດ້ານ, ພິ​ເສດ​ໃນ​ສະພາບ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຮືອນ​ຢູ່​ສັງຄົມ​ຈະ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ໃຫຍ່​ຫຼວງ​ສຳລັບ​ປະຊາຊົນ. ດ້ວຍ​ຈິດ​ໃຈ​ຄື​ດັ່ງກ່າວ, ຫວຽດນາມ ຊົມ​ເຊີຍ, ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຂອງ​ມາ​ເລ​ເຊຍ ຍູ້​ແຮງ​ການ​ຮ່ວມ​ມື, ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກໍ່ສ້າງ ​ແລະ ພັດທະນາ​ເຮືອນ​ຢູ່​ສັງຄົມທີ່​ຫວຽດນາມ.

ຂ່າວ/ບົດ​ອື່ນ