ນາຍົກໆກຳປູເຈຍຝາກຈົດໝາຍຂອບໃຈນາຍົກຫວຽດນາມທີ່ໄດ້ອວຍພອນກຳປູເຈຍໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ6ສຳເລັດຜົນ

(VOVWORLD) -ຫວ່າງແລ້ວນີ້, ຫ້ອງວ່າການລັດຖະບານກຳປູເຈຍ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ປະທານພັກປະຊາຊົນກຳປູເຈຍ (CPP) Samdech Techo Hun Sen ໄດ້ຝາກຈົດໝາຍຂອບໃຈເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ນາຍົກໆກຳປູເຈຍຝາກຈົດໝາຍຂອບໃຈນາຍົກຫວຽດນາມທີ່ໄດ້ອວຍພອນກຳປູເຈຍໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ6ສຳເລັດຜົນ - ảnh 1 (ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ປະທານພັກປະຊາຊົນກຳປູເຈຍ (CPP) Samdech Techo Hun Sen)

ພາຍຫຼັງທີ່ໄດ້ຝາກຈົດໝາຍອວຍພອນກຳປູເຈຍ ເຊິ່ງຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດສຸດທີ 6 ສຳເລັດຜົນ ເມື່ອວັນທີ 29 ກໍລະກົດ ຜ່ານມາ.

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດກຳປູເຈຍ ແລະ ຫວຽດນາມ ນັບມື້ນັບພັດທະນາ, ດ້ວຍຈິດໃຈ “ຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານ”. ການພົວພັນດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນຊຸກຍູ້ຊາຍຄາລວມອາຊຽນ ໝັ້ນຄົງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ