ນຳ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ປ​ອັກ​ຕຸຍ​ການ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຫຼາຍ​ຮູບຫຼາຍ​ແບບ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ນະຄອນຫຼວງ Lisbon ປະເທດ ປອັກຕຸຍການ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa.

ນຳ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ປ​ອັກ​ຕຸຍ​ການ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຫຼາຍ​ຮູບຫຼາຍ​ແບບ - ảnh 1 ທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa ໄດ້ຕີລາຄາສູງຕໍ່ຜົນງານສຳຄັນເຊິ່ງ ຫວຽດນາມ ບັນລຸໄດ້ໃນກິດຈະການແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ທ່ານຢັ້ງຢືນວ່າ ປອັກຕຸຍການ ຖືເປັນສຳຄັນ ແລະ ປາດຖະໜາຢາກສ້າງການພົວພັນຍາວນານ, ສະໜິດຕິດພັນ ກັບ ຫວຽດນາມ ທັງໃນຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍລວມມີການຮ່ວມມືດ້ານການແພດ ເພື່ອຮັບມືກັບສິ່ງທ້າທາຍໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ສ່ວນທ່ານນາງ ຫວໍທິແອັງຊວັນ ກໍ່ຕີລາຄາສູງຕໍ່ບົດບາດຂອງ ປອັກຕຸຍການ ໃນສະຫະພາບເອີລົບ (EU) ກໍ່ຄືໃນການເຂົ້າຮ່ວມແກ້ໄຂບັນຫາລວມຂອງ ປະຊາຄົມສາກົນເຊິ່ງກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງນີ້ ແມ່ນພະຍານຫຼັກຖານ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະທຸກຂັ້ນພິເສດແມ່ນຂັ້ນສູງ ເພື່ອກຳນົດທິດການພົວພັນສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ຫຼາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ