ນຳ​ພົນ​ລະ​ເມືອງ​ຫວຽດ​ນາມ 350 ຄົນ​ຈາກຍ​ີ່​ປຸ່ນກັບຄືນ​ປະ​ເທດ

(VOVWORLD) -ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນກາມແຣງ, ແຂວງແຄ໊ງຮ່ວາ, ຜູ້ໂດຍສານທັງໝົດ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຖືກຕາມຂໍ້ກຳນົດ.

ນຳ​ພົນ​ລະ​ເມືອງ​ຫວຽດ​ນາມ 350 ຄົນ​ຈາກຍ​ີ່​ປຸ່ນກັບຄືນ​ປະ​ເທດ - ảnh 1ຫວຽດນາມປະຕິບັດຫຼາຍຖ້ຽວບິນທີ່ນຳສົ່ງພົນລະເມືອງກັບຄືນປະເທດຢ່າງປອດໄພ

(ພາບ: hanoimoi.com.vn

ວັນທີ 3 ກັນຍາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຍີ່ປຸ່ນໄດ້ນຳພົນລະເມືອງຫວຽດນາມ 350 ຄົນຈາກປະເທດຍີ່ປຸ່ນກັບຄືນປະເທດຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນລວມມີ: ເດັກນ້ອຍທີ່ມີອາຍຸໜ້ອຍກ່ວາ 18 ປີ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ເຈັບເປັນ, ຜູ້ອອກແຮງງານທີ່ໝົດອາຍຸສັນຍາແຮງງານ, ນັກສຶກສາບໍ່ມີບ່ອນພັກອາໄສຍ້ອນຫໍພັກປິດປະຕູ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດ…

        ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນກາມແຣງ, ແຂວງແຄ໊ງຮ່ວາ, ຜູ້ໂດຍສານທັງໝົດ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຖືກຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ