ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ​ໄດ້​ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດ ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງ ທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron

ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ​ໄດ້​ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ  - ảnh 1 ເພື່ອນຝລັ່ງເບິ່ງແຜນທີ່ຫວຽດນາມທີ່ງານວາງສະແດງ ແລະ ໂອ້ລົມສົນທະນາ

ກ່ຽວກັບທະເລຕາເວັນອອກ (ພາບ: Bích Hà/TTXVN)

     ເນື່ອງໃນໂອກາດ ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງ ທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron, ຄາດວ່າ ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະມີການພົບປະ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເພື່ອນຝລັ່ງທີ່ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມໃນຕະຫຼອດໄລຍະຜ່ານມາ. ສຳນັກຂ່າວສານຫວຽດນາມໄດ້ມີການສຳພາດທ່ານ Jean – Pierre Archambault, ເລຂາທິການໃຫຍ່ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ (AAFV), ບັນນາທິການໃຫຍ່ວາລະສານ Perpectives France – Vietnam. ທ່ານ Jean – Pierre Archambault ໃຫ້ຮູ້ວ່າ ນັບແຕ່ເມື່ອສ້າງຕັ້ງ ໃນປີ 1961, ນ້ຳໃຈມິດຕະພາບກັບຫວຽດນາມ ຍາມໃດກໍແມ່ນເຂັມຊີ້ທິດໃນບັນດາການເຄື່ອນໄຫວຂອງ AAFV ຕະຫຼອດໄປ. ທ່ານ Jean – Pierre Archambault ຢັ້ງຢືນວ່າ ບັນດາໂຄງການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ ລະຫວ່າງ AAFV ແລະ ຫວຽດນາມ ແມ່ນເນື້ອໃນສຳຄັນໃນແຜນການເຄື່ອນໄຫວຂອງ AAFV. AAFV ໄດ້ເຂົ້າຮ່ວມບັນດາກອງປະຊຸມຮ່ວມມືປອດລວມສູນ ລະຫວ່າງ ຝລັ່ງ ແລະ ຫວຽດນາມ. AAFV ກໍໄດ້ຈັດຕັ້ງຫຼາຍກອງປະຊຸມດ້ວຍຫົວຂໍ້ວ່າ ຮ່ວມມືກັບຫວຽດນາມ ຢູ່ຫ້ອງການການຄ້າ ແລະ ອຸດສາຫະກຳຢູ່ ປາຣີ, Lyon ແລະ  Toulouse.

        ເຕື້ອງເຖິງນ້ຳໃຈມິດຕະພາບລະຫວ່າງສອງປະເທດພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ, ຍ້ອນມີສ່ວນຮ່ວມຂອງບັນດາປະຊາຄົມ, ໃນນັ້ນ ມີການປະກອບສ່ວນຂອງ AAFV, ທ່ານ Jean – Pierre Archambault ໃຫ້ຮູ້ວ່າ ໜຶ່ງໃນບັນດາໜ້າທີ່ຂອງ AAFV ແມ່ນຊ່ວຍຝລັ່ງເຂົ້າໃຈກ່ຽວກັບຫວຽດນາມ, ປະຫວັດສາດ, ອະລິຍາທຳ, ບັນດາຜົນງານໃນບັນດາຂົງເຂດ ແລະ ບັນດາສິ່ງທ້າທາຍຂອງຫວຽດນາມ ທີ່ຕ້ອງແກ້ໄຂ ຫຼາຍກວ່າ. ເພື່ອປະຕິບັດບັນດາສິ່ງດັ່ງກວ່າໄດ້, ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ ໄດ້ຈັດຕັ້ງຫຼາຍກອງປະຊຸມ, ກອງປະຊຸມສຳມະນາ, ສາຍຮູບເງົາ, ງານວາງສະແດງ ແລະ ອື່ນໆ. AAFV ກໍໄດ້ຈຳໜ່າຍວາລະສານ Perpectives France – Vietnam ແນໃສ່ສົ່ງຂໍ້ມູນຂ່າວສານ ແລະໂຄສະນາເຜີຍແຜ່ກ່ຽວກັບການຮ່ວມມືສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ