ບຸນກາຣີໃຫ້ຄຳໝັ້ນສັນຍາສະໜັບສະໜູນສັນຍາການຄ້າເສລີຫວຽດນາມ-EU

(VOVWORLD) -ແຫຼ່ງຂ່າວຈາກສະຖານທູດຫວຽດນາມ ປະຈຳບຸນກາຣີ ໃນວັນທີ 03 ເມສາ ໃຫ້ຮູ້ວ່າ, ສະຖານທູດຫວຽດນາມ ໄດ້ສົມທົບກັບມະຫາວິທະຍາສາດເສດຖະກິດສາກົນ ແລະ ແຫ່ງຊາດ Sofia (UNWE) ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ EU - ຫວຽດນາມ”.

ບຸນກາຣີໃຫ້ຄຳໝັ້ນສັນຍາສະໜັບສະໜູນສັນຍາການຄ້າເສລີຫວຽດນາມ-EU - ảnh 1ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ EU - ຫວຽດນາມ”

(ພາບ: Vietnam+)

ການເຄື່ອນໄຫວດັ່ງກ່າວມີຄວາມໝາຍສຳຄັນພິເສດໃນສະພາບທີ່ ບຸນກາຣີ ພວມດຳລົງຕຳແໜ່ງເປັນປະທານສະພາເອີລົບ. ທີ່ກອງປະຊຸມສຳມະນາ, ມີບົດທາບທາມຄວາມເຫັນນັບສິບບົດ ແລະ ບົດກ່າວປາໄສຂອງສະຖານທູດຫວຽດນາມ ປະຈຳບຸນກາຣີ, ກະຊວງເສດຖະກິດ, ກະຊວງການຕ່າງປະເທດ, ກະຊວງທ່ອງທ່ຽວ… ໄດ້ສະໜອງບັນດາຂໍ້ມູນຂ່າວສານຢ່າງຄົບຖ້ວນກ່ຽວກັບເນື້ອໃນ, ໄຈ້ແຍກຈາກຫຼາຍແງ່ມູມກ່ຽວກັບກາລະໂອກາດ ແລະ ຜົນປະໂຫຍດຂອງສັນຍາການຄ້າເສລີຫວຽດນາມ - EU (EVFTA), ກ່ຽວກັບການພົວພັນເສດຖະກິດການຄ້າຫວຽດນາມ - EU ເວົ້າລວມ ແລະ ຫວຽດນາມ - ບຸນກາຣີ ເວົ້າສະເພາະ, ກໍຄືແງ່ຫວັງຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ ເມື່ອ EVFTA ເລີ່ມມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ