ບັນຍາກາດຕ້ອນຮັບ ວັນບຸນ ຄຼິດສະມາດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ຄ່ຳຄືນວັນບຸນ ຄຼິດສະມາດ, ຖະໜົນຫຼາຍສາຍຢູ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍຕົ້ນແປກ, Santa Clau...
ບັນຍາກາດຕ້ອນຮັບ ວັນບຸນ ຄຼິດສະມາດຢູ່ທ້ອງຖິ່ນຕ່າງໆ - ảnh 1 ພາບປະກອບ

ໂດຍເຈື່ອຈານກັບບັນຍາກາດຕ້ອນຮັບວັນບຸນ ຄຼິດສະມາດໃນທົ່ວປະເທດ, ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ເຕົ້າໂຮມຢູ່ໂບດແຫ່ງຕ່າງໆ, ບັນດາສະຖານທີ່ລະຫຼິ້ນບັນເທິງ ເພື່ອຕ້ອນຮັບ ວັນບຸນ ຄຼິດສະມາດ. ຄ່ຳຄືນວັນບຸນ ຄຼິດສະມາດ, ຖະໜົນຫຼາຍສາຍຢູ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍຕົ້ນແປກ, Santa Clau, ຕຸກກະຕາ ຫິມະ, ໂຕກວາງ… ອ້າຍ ເຈີ່ນແທງເຢືອງ, ຊາວຮ່າໂນ້ຍ ແບ່ງປັນວ່າ:

        “ປີນີ້, ຂ້າພະເຈົ້າເຫັນວ່າບັນຍາການຕ້ອນຮັບວັນບຸນ ຟົດຟື້ນທີ່ສຸດ, ພິເສດແມ່ນຢູ່ແຄມໜອງໂຮ່ເກືອມ, ຖະໜົນທາງຍ່າງຟົດຟື້ນມ່ວນຊື່ນ. ຂ້າພະເຈົ້າເຫັນວ່າບັນຍາກາດນີ້ດີທີ່ສຸດ ແລະ ເກືອບວ່າປີໃດຂ້າພະເຈົ້າ ແລະ ຄອບຄົວກໍ່ໄປຫຼິ້ນໃນວັນບຸນ ຄຼິດສະມາດ”

        ຄ່ຳຄືນວັນບຸນ ຄຼິດສະມາດ 24 ທັນວາ, ຢູ່ນະຄອນ ໂຮ່ຈີມິນ ຟົດຟື້ນ, ມ່ວນຊື່ນທີ່ສຸດ. ການເຄື່ອນໄຫວວັດທະນະທຳ, ລະຫຼິ້ນ ຫຼາຍຢ່າງໄດ້ຮັບການຈັດຕັ້ງເນື່ອງໃນໂອກາດນີ້ອັນໄດ້ດຶງດູດປະຊາຊົນເຂົ້າຮ່ວມ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ເປັນຈຳນວນຫຼວງຫຼາຍ.

        ບັນຍາກາດຄ່ຳຄືນວັນບຸນ ຄຼິດສະມາດ ທີ່ຟົດຟື້ນຢູ່ເຂດຊາວຄິຼດແຂວງ ນາມດິ້ງ. ທຸກໆຄົນໄດ້ເຕົ້າໂຮມກັນຢູ່ໂບດແຫ່ງຕ່າງໆເພື່ອຕ້ອນຮັບວັນບຸນ ຄຼິດສະມາດ ແລະ ພາວະນາຂໍໃຫ້ຊີວິດມີຄວາມສະຫງົບສຸກ.

        ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນແຂວງ ນີງບີ່ງ ໄດ້ເຕົ້າໂຮມກັນຢູ່ໂບດໃຫຍ່ນ້ອຍ, ເພື່ອຕ້ອນຮັບບັນຍາກາດຂອງວັນບຸນ ຄຼິດສະມາດ 2017.

        ຢູ່ແຂວງ ຟູ໋ອຽນ, ບ່ອນມີຊາວຄຼິດກ່ວາ 18.000 ຄົນພວມດຳລົງຊີວິດ. ວັນບຸນ ຄຼິດສະມາດ ແມ່ນວັນບຸນສຳຄັນຍິ່ງ ສຳລັບຊາວຄິຼດເພື່ອໃຫ້ເຂົາເຈົ້າສະແດງຄວາມເຄົາລົບນັບຖືຕໍ່ ພະເຢຊູ. ຍິ່ງໃກ້ຮອດຄ່ຳຄືນວັນທີ 24 ທັນວາ, ບັນຍາກາດຍິ່ງມ່ວນຊື່ນກ່ວາ, ກະແສຄົນເຕົ້າໂຮມກັນຢູ່ໂບດກໍ່ຫຼາຍຂຶ້ນ. ທຸກຄົນລ້ວນແຕ່ພ້ອມກັນເຂົ້າຮ່ວມລະຫຼິ້ນກັບ Santa Clau, ຕົ້ນແປກ, ຖ້ຳຫີນ ແລະ ພ້ອມກັນຮັບຟັງບັນດາບົດເພງຂອງຊາວຄຼິດ.

ຕອບກັບ

ຂ່າວ/ບົດ​ອື່ນ