ບັນດາການເຄື່ອນໄຫວໃນງານ Festival ທະເລ ຍາຈາງ-ແຄ້ງຮວາ

(VOVWORLD) - ວັນທີ 10 ພຶດສະພາ, ຢູ່ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນແຂວງ ແຄງຮວາ ໄດ້ຈັດການປະຊຸມຂ່າວແນະນຳກ່ຽວກັບງານ Festival ທະເລ ຍາຈາງ-ແຄ້ງຮວາ ປະຈຳປີ 2017 ດ້ວຍຫົວຂໍ້ “ເປີດກວ້າງອ້ອມແຂນເພື່ອນມິດ”. 
ບັນດາການເຄື່ອນໄຫວໃນງານ Festival ທະເລ ຍາຈາງ-ແຄ້ງຮວາ - ảnh 1 ພາບປະກອບ

ໂດຍຈັດຂຶ້ນແຕ່ ວັນທີ 10 ເຖິງ ວັນທີ 13/6, ກັບງານ Festival ທະເລ ຍາຈາງ-ແຄງຮວາ ປະຈຳປີ 2017 ມີຫຼາຍກວ່າ 50 ກິດຈະກຳວັດທະນະທຳ, ສິນລະປະ, ກິລາ, ກາຍຍະກຳ. ກອງປະຊຸມສຳມະນາ, ການຄ້າ… ນອກຈາກບັນດາກິດຈະກຳເຫຼົ່ານີ້, ຍັງມີພິທີເປີດ, ພິທີປິດ, ງານບຸນຢູ່ຕາມທ້ອງຖະໜົນ, ໃນງານ Festival ຍັງດຳເນີນບັນດາງານບຸນປະເພນີ ຂອງແຂວງແຄງຮວາ ແລະ ອື່ນໆ ຄື: ງານບຸນຮັງນົກແອ່ນແຄ້ງຮວາ, ງານບຸນພາວະນາໃຫ້ການເດີນເຮືອຫາປາໄດ້ຮັບຜົນດີ… ໃນງານບຸນປີນີ້, ມີ 05 ຄະນະສິນລະປະກອນສາກົນເຂົ້າຮ່ວມຄື: ແອດສປາຍ, ຝຮັ່ງ, ສ.ເກົາຫຼີ, ອົດສະຕາລີ ແລະ ລັດເຊຍ. ຄາດວ່າຈະມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ປະມານ 150.000 ເທື່ອຄົນມາຢ້ຽມຢາມແຂວງແຄງຮວາໃນໂອກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ