![ບັນດາງານບຸນທີ່ເປັນມູນເຊື້ອໃນຕົ້ນລະດູບານໃໝ່ປີວອກ2016 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_02_17/choi_trau.jpg)
ພິທີຊົນຄວາຍ ຢູ່ຟູ່ນີງ, ແຂວງ ຟູ່ເທາະ
|
(vovworld) – ວັນທີ 16/2, ທ້ອງຖິ່ນຕ່າງໆຄື: ແຂວງ ຟູ໋ເທາະ, ນະຄອນ ຕວຽນກວາງ, ແຂວງ ຕວຽນກວາງ ໄດ້ຈັດຕັ້ງງານບຸນທີ່ເປັນມູນເຊື້ອຕົ້ນລະດູບານໃໝ່ປີວອກ 2016. ງານບຸນຊົນຄວາຍ ຟູ່ນີງ, ແຂວງ ຟູ໋ເທາະ ໄດ້ຮັບການຈັດຕັ້ງໃນຂອບເຂດບັນດາການເຄື່ອນໄຫວມຸ່ງໄປເຖິງພິທີບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ ປີ 2016.
ງານບຸນຊ່ວງເຮືອທີ່ເປັນມູນເຊື້ອໃນແມ່ນຳ້ ໂລ, ແຂວງ ຕວຽນກວາງ ກໍດຶງດູດແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ງານບຸນຊ່ວງເຮືອໃນແມ່ນຳ້ໂລ ຖືກຈັດຕັ້ງໃນໂອກາດຕົ້ນລະດູບານໃໝ່ ແລະ ໄດ້ກາຍເປັນງານບຸນທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນນຳ້ໃຈພິລະອາດຫານຄຸນນະທາດ ແລະ ກຳລັງແຮງແຫ່ງຄວາມສາມັກຄີຂອງປະຊາຊົນນະຄອນ ຕວຽນກວາງ.