ບັນດາທ້ອງຖິ່ນຜັນຂະຫຍາຍຫຼາຍຮູບແບບໜູນຊ່ວຍນັກຮຽນເຂົ້າຮ່ວມບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ

(VOVWORLD) - ຕອນເຊົ້າວັນທີ 28 ມິຖຸນາ, ມີນັກຮຽນກວ່າ 1,24 ລ້ານຄົນໃນທົ່ວປະເທດ ໄດ້ເລີ່ມເສັງວິຊາວັນນະຄະດີ - ວິຊາທຳອິດໃນບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ 2023.
ບັນດາທ້ອງຖິ່ນຜັນຂະຫຍາຍຫຼາຍຮູບແບບໜູນຊ່ວຍນັກຮຽນເຂົ້າຮ່ວມບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ - ảnh 1ຢູ່ ຮ່າໂນ້ຍ, ມີນັກອາສາສະໝັກນະຄອນຫຼວງເກືອບ 6.000 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍບັ້ນສອບເສັງ
(ພາບ: baogiaothong.vn)

        ເພື່ອຮັບປະກັນໃຫ້ການເສັງດຳເນີນໄປໃຫ້ມີຄຸນນະພາບ, ປອດໄພ, ໃນຊຸມມື້ຜ່ານມາ, ຂະແໜງສຶກສາຂອງບັນດາທ້ອງຖິ່ນ ພ້ອມກັບຮາກຖານ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍນັກຮຽນເຂົ້າຮ່ວມບັ້ນສອບເສັງ, ພິເສດແມ່ນຢູ່ບັນດາທ້ອງຖິ່ນເຂດພູດອຍ, ທາງໄປມາປະສົບກັບຄວາມຫຍຸ້ງຍາກ… ໃນການລົງໄປກວດກາພື້ນຖານດ້ານວັດຖຸໃຫ້ແກ່ບັ້ນສອບເສັງຢູ່ບາງທ້ອງຖິ່ນໂດຍກົງ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ, ຕັກເຕືອນວ່າ:

        “ຕ້ອງມີບັນດາແຜນການກະກຽມໃນທຸກກໍລະນີ, ໂດຍສະເພາະແມ່ນໃນເງື່ອນໄຂເກີດໄພທຳມະຊາດ, ນ້ຳຖ້ວມ, ການປ່ຽນແປງຜິດປົກກະຕິຂອງດິນຟ້າອາກາດ ເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສິ່ງທີ່ຕ້ອງເອົາໃຈໃສ່ຕື່ມອີກແມ່ນ ວຽກງານໜູນຊ່ວຍໃຫ້ນັກຮຽນພິເສດຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ຕ້ອງເພີ່ມທະວີມາດຕະການໜູນຊ່ວຍນັກຮຽນ ໃຫ້ມາເຕົ້າໂຮມຢູ່ບັນດາເຂດເພື່ອສາມາດເຂົ້າຮ່ວມການເສັງໃຫ້ເປັນຢ່າງດີທີ່ສຸດ”.

        ສ່ວນຢູ່ ຮ່າໂນ້ຍ, ມີນັກອາສາສະໝັກນະຄອນຫຼວງເກືອບ 6.000 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍບັ້ນສອບເສັງໃຫ້ນັກຮຽນກວ່າ 102.000 ຄົນ ແລະ ຍາດຕິພີນ້ອງຂອງນັກຮຽນຢູ່ສະຖານທີ່ຈັດການເສັງ 189 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ