![ບັນດາບໍລິສັດການບິນອາເມລິກາໄດ້ຮັບອະນຸຍາດບິນເຖິງກູບາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_06_12/my-cap-phep-cho-6-hang-hang-khong-bay-thang-toi-cuba.jpg)
ປະທານາທິບໍດີ Obama ແລະ ປະທານ ກູບາ Raul Castro
(ພາບ: New York Times)
(vovworld) – ວັນທີ 10/6, ເປັນຄັ້ງທຳອິດໃນຫຼາຍທົດສະວັດ, ອຳນາດການປົກຄອງ ອາເມລິກາ ອະນຸຍາດໃຫ້ບໍລິສັດການບິນ 6 ແຫ່ງດຳເນີນບັນດາຖ້ຽວບິນການຄ້າເຖິງ ກູບາ. ບັນດາເຮືອບິນຂອງບໍລິສັດການບິນນີ້ຈະບິນເຖິງ 9 ນະຄອນຂອງກູບາ, ເຊິ່ງບໍ່ລວມມີນະຄອນຫຼວງ ລາຮາວານ. ວົງການເຈົ້າໜ້າທີ່ຄົມມະນາຄົມໃຫ້ຮູ້ວ່າ: ເຂົາເຈົ້າຍັງບໍ່ທັນຕົກລົງກ່ຽວກັບບັນດາຖ້ຽວບິນເຖິງ ລາຮາວານເທື່ອ. ບັນດາສາຍການບິນໄດ້ຮັບການໃຫ້ສັດຕະຍາບັນໃນວັນທີ 10/6 ຈະເລີ່ມເຄື່ອນໄຫວຢູ່ບັນດານະຄອນຂອງ ອາເມລິກາຄື: Miami, Fort Lauderdale, Chicago, Philadelphia ແລະ Minneapolis, ບິນໄປຍັງບັນດານະຄອນຂອງ ກູບາຄື: Santa Clara ແລະ Santiago de Cuba. ແຕ່ຍັງຕ້ອງການໄດ້ຮັບຄວາມເຫັນດີຢ່າງເປັນທາງການຈາກລັດຖະບານ ກູບາ, ແຕ່ບັນດາບໍລິສັດການບິນດັ່ງກ່າວສະແດງຄວາມຫວັງຈະເລີ່ມດຳເນີນບັນດາຖ້ຽວບິນໃນລະດູໃບໄມ້ຫຼົ່ນປີນີ້.