ບັນ​ດາ​ປະ​ເທດສະ​ມາ​ຊິກ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) - ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໄດ້ຢັ້ງຢືນຄຳໝັ້ນສັນຍາຮ່ວມມື, ໜູນຊ່ວຍ ແລະ ຊຸກຍູ້ການເຜີຍແຜ່ການສັກວັກຊິນກັນໂຄວິດ - 19 ໃນທົ່ວໂລກ.
ບັນ​ດາ​ປະ​ເທດສະ​ມາ​ຊິກ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ກອງປະຊຸມເອກອັກຄະລັດຖະທູດ ບັນດາປະເທດສະມາຊິກຂັ້ນສູງ ອາຊີຕາເວັນອອກ (EAS)
(ພາບ: TTXVN)

ວັນທີ 7 ມິຖຸນາ, ກອງປະຊຸມເອກອັກຄະລັດຖະທູດ ບັນດາປະເທດສະມາຊິກຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທຳອິດໃນປີ 2021 (EAMJ 1/2021) ໄດ້ດຳເນີນຕາມຮູບການທາງອອນລາຍ. ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໄດ້ຢັ້ງຢືນຄຳໝັ້ນສັນຍາຮ່ວມມື, ໜູນຊ່ວຍ ແລະ ຊຸກຍູ້ການເຜີຍແຜ່ການສັກວັກຊິນກັນໂຄວິດ - 19 ໃນທົ່ວໂລກ. ບັນດາປະເທດ ໄດ້ແລກປ່ຽນຄຳເຫັນ ແລະ ຕີລາຄາກ່ຽວກັບສະພາບການສາກົນ ແລະ ພາກພື້ນກໍ່ຄືສະພາບການຢູ່ມຽນມາ, ບັນຫາຫັນການປອດນິວເຄຼຍຢູ່ ແຫຼມເກົາຫຼີ ແລະ ບັນຫາ ທະເລຕາເວັນອອກ. ບັນດາປະເທດ ຄູ່ຮ່ວມມື ໄດ້ຢັ້ງຢືນການສະໜັບສະໜູນ ອາຊຽນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາໃນພາກພື້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ.

ແລກປ່ຽນກ່ຽວກັບວິວັດການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ບັນດາປະເທດມີຄວາມປາດຖະໜາຢາກໃຫ້ ອາຊຽນ ແລະ ຈີນ ສ້າງ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ, ລວມມີ: ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982)

ບັນດາປະເທດກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດການລະງັບໃຈ, ບໍ່ຫັນເປັນການທະຫານ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນແລະ UNCLOS 1982, ຫຼີກລ້ຽງບັນດາການກະທຳທີ່ເພີ່ມຄວາມເຄັ່ງຕຶງ, ກໍ່ຜົນສະທ້ອນຕໍ່ວິວັດການເຈລະຈາ COC.

ຕອບກັບ

ຂ່າວ/ບົດ​ອື່ນ