ບັນດາຜູ້ແທນພ້ອມແລ້ວທີ່ກ້າວເຂົ້າສູ່ການເລືອກຕັ້ງບຸກຄະລາກອນຄະນະບໍລິຫານງານສູນກາງຊຸດທີ12

ບັນດາຜູ້ແທນພ້ອມແລ້ວທີ່ກ້າວເຂົ້າສູ່ການເລືອກຕັ້ງບຸກຄະລາກອນຄະນະບໍລິຫານງານສູນກາງຊຸດທີ12 - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/1, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໄດ​້ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ກຳມະການສົມ​ບຸນ 180 ທ່ານ ​ແລະ ກຳມະການ​ສຳຮອງ 20 ທ່ານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ່ 12 ພາຍຫຼັງ 2 ມື້​ເຄິ່ງປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ບຸນ​ຄະລາ​ກອນ. ຢູ່​ນອກ​ວາລະ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 25/1, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ​ກອງ​ປະຊຸມ​ໃຫຍ່​ຈະ​ເລືອກ​​ເຟັ້ນ​ບັນດາ​ບຸກຄະລາ​ກອນ​ຜູ້​ທີ່​ດີ​ເດັ່ນ, ມີ​ຄຸນສົມບັດ, ມີ​ຄວາມ​ສາມາ​ດ​ເພື່ອ​ເລືອກ​ເຂົ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ວຽກ​ງານ​ບຸກຄະ​ລາກ​ອນ​​ໂດຍ​ສູນ​ກາງ​ກະກຽມ​ຢ່າງ​ລະອຽດ​ລະ​ອໍ, ​ແໜ້ນ​ແຟ້ນ, ຖືກຕ້ອງ​ຕາມ​ຂັ້ນ​ຕອນ​. ບັນດາ​ຜູ້​ແທນ​ລ້ວນ​​ແຕ່ມີ​ສິດອອກ​ສະໝັກ​ເລືອກ​ຕັ້ງ ​ແລະ ສະ​ເໜີ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ. ຜູ້​ແທນ​ແຕ່ລະຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 12 ລ້ວນ​ແຕ່​ມີ​ສະຕິ​​ຮັບຜິດຊອບໜ້າ​ທີ່​ຂອງ​ຕົນ, ຕາງໜ້າ​ໃຫ້​ສະມາຊິກ​ພັກ​ນັບ​ລ້ານ​ຄົນ​​ໃນ​ທົ່ວ​ປະ​ເທດ​ເພື່ອ​ເລືອກ​ຕັ້ງ​​ໄດ້ບັນດາ​ບຸກຄົນທີ່​ດີ​ເດັ່ນ, ມີ​ຄຸນສົມບັດ, ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ຮັບຜິດຊອບ​ວຽກ​ງານ​ຂອງ​ປະ​ເທດ​ຊາດ​ໃນ​ອາຍຸ​ການ​ໃໝ່. ດ້ວຍ​ການ​ກະກຽມ​ຢ່າງ​ລະອຽດ​ລະ​ອໍກ່ຽວ​ກັບ​ບຸກຄະລາ​ກອນ​ຂອງ​ສູນ​ກາງ, ກອງ​ປະຊຸມ​ໃຫຍ່​ຈະ​ເລືອກ​ເຟັ້ນຄະນະ​ບໍລິຫານ​ງານ​ສູນ​ກາງ​ທີ່ຕອບ​ສະໜອງ​​ໄດ້ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ສະມາ​ຊິກພັກ ​ແລະ ປະຊາຊົນ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ