ບັນດາພັກຝ່າຍການເມືອງໄທ ພ້ອມກັນແກ້ໄຂສະພາບການຢູ່ພາກໃຕ້

ບັນດາພັກຝ່າຍການເມືອງໄທ ພ້ອມກັນແກ້ໄຂສະພາບການຢູ່ພາກໃຕ້ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 12/9, ທ່ານ​ປະທານ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ, ອະ​ດິດນາຍົກລັດຖະມົນຕີ ອາ​ພິຊິດ ​ເວດ​ຊາ​ຊິ​ວະ ​ໄດ້​ຖະ​ແຫຼ​ງວ່າ ຈະ​ຮ່ວມ​​ແຮງ​ຮ່ວມ​ໃຈພ້ອມ​ກັບ​ລັດຖະບານ​ໄທ ​ໃນ​ເລື່ອງ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ສະພາບ​ການ​ທີ່​ສັບ​ສົນຢູ່ພາກໃຕ້​ຂອງ​ໄທ. ​ເລື່ອງ​ຕົກລົງ​ເຂົ້າ​ຮ່ວມ​ໃນ​ຄວາ​ມມານະ​ພະຍາຍາມ​ລວມນີ້​ເລີ່​ມຕົ້ນ​ຈາກ​ການ​ຮຽກຮ້ອງ​ຢ່າງ​ລຽນຕິດ​ຂອງ​ລັດຖະບານ ​ໃນ​ໄລຍະ​ຜ່ານ​ມາ ກ່ຽວ​ກັບ​ເລື່ອງ​ບັນດາ​ພັກ​ຝ່າຍ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເລື່ອງ​ແກ້​ໄຂ​ສະພາບ​ການ​ຢູ່ພາກໃຕ້​ຂອງ​ໄທ. ທ່ານ ອາ​ພິຊິດ ​ໃຫ້​ຮູ້​ວ່າ ການ​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ຂອງ​ພັກ​ປະຊາທິປັດ​ໄດ້​ຍົກ​ອອກ​ມາ, ໂດຍ​ທ່ານ​ນາຍົກລັດຖະມົນຕີ​ໄທ ​ຕົກລົງ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນບັນດາ​ການ​ປຶກສາ​ຫາລື​ລວມ ​ແລະ ພາກສ່ວນ​ເຂົ້າ​ຮ່ວມ​ຂອງ​ພັກ​ປະຊາທິປັດ​ຈະ​ແມ່ນ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂດ​ພາກ​ໃຕ້.

        ​ພາກ​ໃຕ້​ຂອງໄທ ​ແມ່ນ​ເຂດ​ທີ່​ຍາມ​ໃດພັກ​ປາ​ຊາ​ທິປັດ ກໍ​ຍາດ​ໄດ້​ບັດ​ສະ​ນັບ​ສະ​ໜູນ​ສູງ​ໃນ​ບັນດາ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ​ເພາະສະ​ນັ້ນ, ຂໍ້​ຕົກລົງ​ຄັ້ງ​ນີ້​ຂອງ​ຝ່າຍ​ຄ້ານ ຈະ​ສ້າງ​ບັນດາ​ໂອກາດ​​ໃຫ້​ແກ່​ການ ​ແກ້​ໄຂ​ສະພາບ​ການ​ທີ່​ສັບສົນ​ຢູ່ພາກໃຕ້​ຂອງ​ໄທ.

ຂ່າວ/ບົດ​ອື່ນ