ບັນດາລັດຖະມົນຕີການຕ່າງປະເທດອາຊຽນອອກຖະແຫຼງການກ່ຽວກັບສະພາບການຊີຣີ

(VOVWORLD) -ວັນທີ 24 ເມສາ, ບັນດາລັດຖະມົນຕີອາຊຽນ ໄດ້ອອກຖະແຫຼງການ ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ຊີຣີ ພ້ອມທັງກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງມຸ່ງໄປເຖິງມາດຕະການແກ້ໄຂດ້ານການເມືອງຢ່າງໝັ້ນຄົງ ຜ່ານການເຈລະຈາ ແລະ ໂອ້ລົມສົນທະນາ.
ບັນດາລັດຖະມົນຕີການຕ່າງປະເທດອາຊຽນອອກຖະແຫຼງການກ່ຽວກັບສະພາບການຊີຣີ - ảnh 1(ພາບປະກອບ: THX/TTXVN)

ຖະແຫຼງການຊີ້ແຈ້ງວ່າ, ບັນດາປະເທດສະມາຊິກອາຊຽນ ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການນຳໃຊ້ອາວຸດເຄມີ ໂດບບໍ່ວ່າຝ່າຍໃດ, ບໍ່ວ່າສະພາບການໃດ ຍ້ອນສິ່ງດັ່ງກ່າວໄດ້ລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ຖະແຫຼງການໄດ້ເນັ້ນໜັກວ່າ, ບັນດາປະເທດສະມາຊິກອາຊຽນ ປະຕິບັດບັນດາພັນທະສາກົນຢ່າງເຂັ້ມງວດ ດ້ວຍຖານະແມ່ນບັນດາຝ່າຍເຂົ້າຮ່ວມສົນທິສັນຍາເກືອດຫ້າມອາວຸດເຄມີ (CWC) ແລະ ສົ່ງເສີມໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເປີດກວ້າງການໜູນຊ່ວຍຢ່າງເໝາະສົມກັບບັນດາພັນທະໃນຂອບເຂດ CWC.

      ເມື່ອເຫັນວ່າສະພາບການຢູ່ຊີຣີ ແມ່ນຄວາມເປັນຫ່ວງກັງວົນຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບສາກົນ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການທີ່ນັບມື້ນັບຊົ່ວຮ້າຍລົງ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍອົດກັນໄວ້ ແລະ ແກ້ໄຂບັນດາບັນຫາໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ