ບັນດາວິສາຫະກິດອາເມລິກາປາດຖະໜາຢາກຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ

ບັນດາວິສາຫະກິດອາເມລິກາປາດຖະໜາຢາກຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ - ảnh 1
ການເຈລະຈາລະຫວ່າງ 2 ຄະນະ
(ພາບ:baotintuc.vn)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສິງກະ​ໂປ ​ແຕ່​ວັນ​ທີ 27/4 – 29/4/2014, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ ຫວຽດນາມ ບຸ່ຍ​ກວາງ​ວິ​ງ ພ້ອມ​ກັບ​ບັນດາ​ຜູ້​ຕ່າງໜ້າຂອງ​​ກະຊວງ, ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ຕ່າງໆຂອງ ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກກັບ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຈຳນວນໜຶ່ງຊຶ່ງ​ແມ່ນ​ສະມາຊິກ​ຂອງ​ຫ້ອງການ​ການ​ຄ້າ ອາ​ເມ​ລິ​ກາ ຢູ່ ສິງກະ​ໂປ(AmCham Singapore). ທີ່​ການ​ພົບ​ປະ​ເຈລະຈາ, ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ປາດ​ຖະໜາຢາກ​ຊອກ​ຮູ້​ຕື່ມ​ອີກ​ກ່ຽວກັບ​ສະພາບ​ແວດ​ລ້ອມການ​ແຫ່ງ​ລົງທຶນ​ຂອງ ຫວຽດນາມ ​ໃນ​ໄລຍະ​ມໍ່ໆມານີ້, ບັນດາ​ຂະ​ແໜງການ​ທີ່ ຫວຽດນາມ ຢາກ​ດຶງ​ດູດ​ການລົງທຶນ​ຈາກຕ່າງປະ​ເທດກໍ່​ຄື​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​​ໃນການ​ລົງທຶນ​ເຂົ້າ ຫວຽດນາມ. ​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ລັດ​ຖະມົນຕີ ບຸ່ຍ​ຫວາງ​ວິ​ງ ສະ​ເໜີ​ໃຫ້ AmCham Singapore ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ເພື່ອ​ສ້າງ​ການແລກປ່ຽນ​ເປັນ​ປະຈຳ, ​ເຊື່ອມ​ຕໍ່​ກັບ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ​ ທີ່​ມີສຳນັກງານ​ລະດັບ​ທ້ອງ​ຖິ່ນຢູ່ ສິງກ​ະ​ໂປ; ຜ່ານ​ນັ້ນຂົນຂວາຍ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ສາທາລະນະ​ສຸກ, ສຶກສາ, ​ເຕັກ​ໂນ​ໂລ​ຊີສູງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພັດທະນາ​ພື້ນຖານໂຄງ​ລ່າງ…..ທ່ານ​ລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້ AmCham Singapore ສືບ​ຕໍ່​ສະໜັບສະໜູນ ​ເລື​່ອງສິ້ນສຸດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປາຊີ​ຟິກ(TPP) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ