ບັນດາວິສາຫະກິດເຊັກໂກເອົາໃຈໃສ່ເຖິງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ

ບັນດາວິສາຫະກິດເຊັກໂກເອົາໃຈໃສ່ເຖິງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອ​ບ​ເຂດ​ການ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າວັນ​ທີ 23/10, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.​ເຊັກ​ໂກ Lubomir Zaoralek ​ໄດ້​ໄປ​ຢ້ຽມຢາມ​ງານ​ວາງສະ​ແດງ​ຂອງ​ບັນດາ​ບໍລິສັດ ສ.​ເຊັກ​ໂກ ຢູ່​ຮ່າ​ໂນ້ຍ. ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ພວມ​ເປີດ​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງວິ​ສາ​ຫະກິດສ.​ເຊັກ​ໂກ ມີ​ກາລະ​ໂອກາດ, ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຢູ່​ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້, ມີວິ​ສາ​ຫະກິດຂອງສ.​ເຊັກ​ໂກ 19 ​ແຫ່ງ​ທີ່​​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດຄື: ​ພະລັງງານ​ຜະລິດ​ຄືນ​ໃໝ່, ​ໄຟຟ້າ, ຂຸດ​ຄົ້ນ​ແຮ່​ທາດ, ​ເຕັກ​ໂນ​ໂລ​ຊີ… ຜ່ານ​ງານ​ວາງສະ​ແດງ, ບັນດາ​ວິ​ສາ​ຫະກິດສ.​ເຊັກ​ໂກ ຈະ​ມອບ​ສົ່ງ​ໃຫ້​ຫວຽດນາມ ບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​​ໄໝ​ທີ່​ສຸດ​ໃນ​​ໂລກ, ພ້ອມ​ທັງ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ. ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້​ຫວຽດນາມ ​ແລະ ສ.​ເຊັກ​ໂກ ຮ່ວມ​ມື​ໃນ​ຂົງ​ເຂດ​ກາ​ນຄ້າ, ການ​ລົງທຶນ, ປະກອບ​ສ່ວນ​ຊຸກ​ຍູ້ວົງ​ເງິນ​ການ​ຄ້​າ 2 ຝ່າຍ​ໃຫ້ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ