ບັນດາສະມາຊິກສະພາແຫ່ງຊາດເຊື່ອໝັ້ນວ່າລັດຖະບານຈະປະຕິບັດສຳເລັດບັນດາຄາດໝາຍໃນປີ2017

ບັນດາສະມາຊິກສະພາແຫ່ງຊາດເຊື່ອໝັ້ນວ່າລັດຖະບານຈະປະຕິບັດສຳເລັດບັນດາຄາດໝາຍໃນປີ2017 - ảnh 1
ທ່ານ ສ​ສ​ຊ ເຈີ່​ນ​ຮ່​ວາງ​ເງີນ 
(ພາບ​ປະ​ກອບ​ຈາກ TTXVN)

(vovworld) - ເມື່ອ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ກ່ຽວ​ກັບ​ບົດ​ລາຍ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2016 ແລະ ແຜນ​ການ​ປີ 2017 ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ ໃນ​ວັນ​ທີ 20/10, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຜ່ານ​ມາ. ດັ່ງ​ນັ້ນ, ສະ​ພາບ​ການດ້ານ​ເສດ​ຖະ​ກິດ - ສັງ​ຄົມ ຂອງ ຫວຽດ​ນາມ ສືບ​ຕໍ່​ມີ​ການ​ຫັນ​ປ່ຽນ​​ຢ່າງຕັ້ງ​ໜ້າ, ບັນ​ລຸ​ໄດ້​ໝາກ​ຜົນ​ຮອບ​ດ້ານ​ພໍ​ສົ​ມ​ຄວນ​ໃນ​ຂົງ​ເຂດ​ເກືອບ​ທັງ​ໝົດ, ພິ​ເສດ​ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່ສະ​ດວກ​ໃຫ້​ແກ່​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ. ທ່ານ ເຈີ່ນ​ຮ່​ວາງ​ເງິນ, ສະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຂໍ້​ສັງ​ເກ​ດ​ວ່າ:

        “ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ໄດ້​ເວົ້າ​ເຖິງ​ບັນ​ດາ​ຄວາມ​ອ່ອນ​ດ້ອຍ​ໃນ​ການ​ບໍ​ລິ​ຫານ​ພື້ນ​ຖາ​ນ​ເສດ​ຖະ​ກິດ ກໍ່​ຄື​ສະ​ແດງ​ໃຫ້​ເຫັນ​​ວ່າລັດ​ຖະ​ບານ​ໄດ້​ຕັດ​ສິນ​ໃຈ​ປະ​ຕິ​ບັດ ລັດ​ຖະ​ບານ​​ແຫ່ງ​ການກໍ່ສ້າງ, ໂປງ​ໃສ​ເພື່ອ​ໜູນ​ຊ່ວຍ​ຕະຫຼາດ​ຢ່າງ​ແທ​້​ຈິງ. ດັ່ງ​ນັ້ນ, ພວກ​ເຮົາ​ໄດ້​ຜັນ​ຂະ​ຫຍາຍ​ມະ​ຕິ​ 19 ກ່ຽວ​ກັບ​ການ​​ປັບ​ປຸງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ ແລະ ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ໜ​ູນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020, ເຮັດ​ໄດ້​ຄື​ແນວນັ້ນ​ພວກ​ເຮົາ​ຈຶ່ງ​ຮັບ​ປະ​ກັນ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ຮັກ​ສາ​ໜີ້​ສາ​ທາ​ລະ​ນະ​ໃນ​ລະ​ດັບໄດ້​ຮັບ​ອະ​ນຸ​ຍາດ”

ບົນ​ພື້​ນ​ຖານ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ກາ​ນ​ບໍ​ລິ​ຫານ​ເສດ​ຖະ​ກິດ, ສັງ​ຄົມ​ປີ 2016, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກ​ໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ຖະ​ບານ ຈະ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ຄາ​ດ​ໝາຍ​ທີ່​ໄດ້​ວາງອອ​ກ​ໃຫ້​ປີ 2017. ທ່ານ ຮ່​ວາງ​ກ໋ວກ​ເທື່ອງ, ຮອ​ງ​ຫົວ​ໜ້າ​ຄ​ະ​ນະ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຫາຍ​ເຢືອງ ເຊື່ອ​ໝັ້​ນ​ວ່າ.

        “ປີ 2017, ດ້ວຍ​ຄາດ​ໝາຍ​ລວ​ມ ແລະ 13 ມາດ​​ຕະຖານ​ລະ​ອ​ຽດ, ພ້ອມ​ກັນ​ນັ້ນ​ແມ່ນ​ລະ​ບົບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄ​ຂເໝາ​ະ​ສົມ​ທີ່​ສຸດ, ດ້ວຍ​ຄວາມ​ຕັດ​ສິ​ນ​ໃຈ​ສູງ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ຂະ​ແໜງ​ການ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນ​ວ່າ ບັນ​ດາ​ຕົວ​ເລກ​ຄາດ​ໝາຍ, ໂດຍ​ສະ​ເພາະ​ແມ່ນ​ຕົວ​ເລກ​ຄາດ​ໝາຍ​ໃນ​ການ​ເຕີບ​ໂຕ ແມ່ນ​​ສາ​ມາດ​​ປະ​ຕິ​ບັດໄດ້. ແຜນ​ການ​ປີ 2017 ຈະ​ບັນ​ລຸ​ໄດ້”.


ຂ່າວ/ບົດ​ອື່ນ