ບັນດາສະມາຊິກ FEALAC ແບ່ງປັນບົດຮຽນປ່ຽນແປງຮູບແບບ ການເຕີບໂຕ

ບັນດາສະມາຊິກ FEALAC ແບ່ງປັນບົດຮຽນປ່ຽນແປງຮູບແບບ ການເຕີບໂຕ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ “ບົດຮຽນ​ບັນດາ​ປະ​ເທດ​ເວທີ​ປາ​ໄສ​ຮ່ວມ​ມື​
ອາຊີ ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ ລາຕີ​ງ ກ່ຽວ​ກັບ​ປ່ຽນ​ແປງ​ຮູບ​ແບບ​ເຕີບ​ໂຕ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ”

(vovworld) - ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ “ບົດຮຽນ​ບັນດາ​ປະ​ເທດ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ ລາຕີ​ງ (FEALAC) ກ່ຽວ​ກັບ​ການປ່ຽນ​ແປງ​ຮູບ​ແບບ​ເຕີບ​ໂຕ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/6, ຢູ່ ຮ່າ​ໂນ້ຍ, ຕາມ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ, ​ໃນ​ຖານະ​ເປັນ​ປະທານ​ຮ່ວມ​ກຸ່ມ​ປະຕິບັດ​ງານ​ເສດຖະກິດ - ສັງຄົມ ​ແລະ ທ່ອງ​ທ່ຽວ​ຂອງ FEALAC, ອາຍຸ​ການ 2011 – 2013. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມນິນ​ມິ​ງ ຊີ້​ແຈ້ງວ່າ: ຫວຽດນາມ ​ເອົາ​ໃຈ​ໃສ່​ທ່ີ​ສຸດ​ເຖິງ​ບັນຫາ​ປ່ຽນ​ແປງ​ຮູບ​ແບບການ​ເຕີບ​ໂຕ, ​ໃນ​ນັ້ນ​ໄດ້​ກຳນົດ 3 ​ເນື້ອ​ໃນສ້າງ​ໂຄງ​ປະກອບ​ເສດຖະກິດ​ຫຼັກ​ແຫຼ່ງຄືນ​ໃໝ່ ​ແມ່ນ​ສ້າງ​ໂຄງ​ປະກອບ​ການລົງທຶນ​ແຫ່ງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດຄືນ​ໃໝ່, ສ້າງ​ກົນ​ໄກ​ການ​ເງິນ - ທະນາຄານ​ຄືນ​ໃໝ່. ທ່ານ​ລັດຖະມົນຕີ ຟ້າ​ມບິນ​ມິນ ກໍ່​ຖື​ວ່າ: ​ໃນ​ສະພາບ​ເສດຖະກິດ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ ພາຍຫລັງ​ວິ​ກິດ​ການ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິກາ ລາຕີ​ງ ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດ​ທິຜົນ ​ແລະ ຈັດແບ່ງ​ແຮງ​ງານ​ທົ່ວ​ໂລກ. ທ່ານ​ກ່າວ​ວ່າ:

“​ໃນ​​ໄລຍະ​ຜ່ານ​ມາ, ບາງ​ປະ​ເທດ​ສະມາຊິກ FEALAC ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ປະຕິ​ຮູບ, ປັບປຸງ​ນະ​ໂຍບາຍ​ພັດທະນາ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ກາ​ນພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. ມາຮອດ​ປະ​ຈຸ​ບັນ, ໝາກຜົນ​ທີ່​ບັນລຸ​ໄດ້ແມ່ນຕັ້ງໜ້າ​ພໍ​ສົມຄວນ. ດ້ວຍ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ດ້ານ​ເສດຖະກິດ - ສັງຄົມ, ອາດ​ຈະ​ຢືນຢັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ FEALAC ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ”

        ໂດຍ​ແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດ​ສ້າງ​ຕັ້ງ FEALAC, ​ໃນ​ຕະ​ຫລອດ 14 ປີຜ່ານມາ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​, ລາຍການ, ​ໂຄງການ​ຮ່ວມ​ມືຕ່າງໆຢ່າງ​ຄົບ​ຖ້ວນ, ຕັ້ງ​ໜ້າ​ປະກອບ​ຄຳ​ເຫັນ​ກໍ່ສ້າງ, ປະກອບສ່ວນ​ສ້າງ​ຕັ້ງ, ສ້າງ​ສຳ​ເລັດ​ກົນ​ໄກ, ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ ​ແລະ ບັນດາ​ກຸ່ມປະຕິບັດງານ.

ໝາກຜົນ​ຂອງ​ການ​ປຶກສາ​ຫາ​ລີ​ທີ່ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ຖືກບັນດາ​ຜູ້​ແທນ​ທີ່​ມາ​ຈາກ 36 ປະ​ເທດ​ສະມາຊິກ​ຮັບຮອງ​ເອົາ ​ແລະ ​ຈະ​ຖືກສ່ອງ​ແສງ​ຢູ່​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ​ບັນດາ​ປະ​ເທດ FEALAC ຄັ້ງທີ 6 ຊຶ່ງຈະດຳ​ເນີນ​​ໃນ​ອາທິດ​ຈະ​ມາ​ເຖິງ, ຢູ່ ບາ​ລີ, ອິນ​ໂດ​ເນ​ເຊຍ.

 

 

ຂ່າວ/ບົດ​ອື່ນ