ບັນ​ດາ​ເຈົ້າ​ໜ້າ​ທີ່ EU ຮຽ​ກ​ຮ້​ອງ​ໃຫ້​ສ້າງ​ນະ​ໂຍ​ບາຍ​ຮ່ວມ ເພື່ອ​ຕ້ານ​ວິ​ກິດ​ການ

(VOVWORLD) -ເອີຣົບ ຈະຕ້ອງປະເຊີນໜ້າກັບວິກິດການອື່ນໆໃນອະນາຄົດ.
ບັນ​ດາ​ເຈົ້າ​ໜ້າ​ທີ່ EU ຮຽ​ກ​ຮ້​ອງ​ໃຫ້​ສ້າງ​ນະ​ໂຍ​ບາຍ​ຮ່ວມ ເພື່ອ​ຕ້ານ​ວິ​ກິດ​ການ - ảnh 1ທ່ານນາງ Jutta Urpilainen ກຳມະການຮັບຜິດຊອບດ້ານການຮ່ວມມືສາກົນ  (ພາບ: AFP/TTXVN) 

ວັນທີ 9  ພຶດສະພາ, ທ່ານນາງ Jutta Urpilainen ກຳມະການຮັບຜິດຊອບດ້ານການຮ່ວມມືສາກົນ ໃຫ້ຂໍ້ສັງເກດວ່າ ຄວນຖອດຖອນບົດຮຽນຈາກວິກິດການໂລກລະບາດໂຄວິດ - 19  ແລະ ສ້າງບັນດານະໂຍບາຍຢ່າງຈະແຈ້ງ ເພື່ອຮັບມືກັບບັນດາກໍລະນີ ແລະ ວິກິດການທີ່ແຕກຕ່າງກັນ ທີ່ອາດຈະເກີດຂຶ້ນໃນອະນາຄົດ. ຕາມທ່ານນາງ Jutta Urpilainen ແລ້ວ, ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ບໍ່ສາມາດຊ່ວຍອີຕາລີ ເຊິ່ງແມ່ນປະເທດເກີດໂລກລະບາດທຳອິດຢູ່ເອີຣົບ ເພາະວ່າ ເຂົາເຈົ້າຕ້ອງສຸມໃສ່ບັນດາບັນຫາຂອງປະເທດຕົນເອງ. ສະພາບການໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອີຢູ ບໍ່ມີຂອບເຂດແກ້ໄຂວິກິດການເພື່ອຮັບມືກັບໂລກລະບາດ. ເອີຣົບ ຈະຕ້ອງປະເຊີນໜ້າກັບວິກິດການອື່ນໆໃນອະນາຄົດ. ອີຢູ ຄວນສ້າງບັນດາຮູບແບບ, ລະບຽບການກໍຄືການຮ່ວມມືຢ່າງຈະແຈ້ງໃນວິທີການສົມທົບກັນປະຕິບັດງານ.

ຕອບກັບ

ຂ່າວ/ບົດ​ອື່ນ